ໃນວັນທີ 07 ກຸມພາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທ່ານເອກອັກຄະລັດຖະທູດ ຄົນໃໝ່ ຂອງບັນດາປະເທດເຊັ່ນ: ທ່ານ ຈອນ ແມັກຄູລັບ (John McCullagh), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອຽກລັງ ປະຈໍາ ສປປ ລາວ ຄົນໃໝ່, ຊຶ່ງມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ. ຫວຽດນາມ; ທ່ານ ກາເນດ ພຣາສາດ ຊາກາລ (Ganesh Prasad Shakal), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ ປະຈໍາ ສປປ ລາວ ຄົນໃໝ່, ເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ; ທ່ານ ນາງ ຊາມັນທາ ເຄ. ຈາຍາສຸລີຍາ (Samantha K. Jayasuriya), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ ຄົນໃໝ່, ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກ, ປະເທດໄທ ແລະຕ້ອນຮັບ ທ່ານ ນາງ ຊາຣາ ເທເລີ (Sarah Taylor), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ສປປ ລາວ ຄົນໃໝ່, ເຊິ່ງມີສໍານັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ບັນດາທ່ານເອກອັກຄະລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນທູດ ປະຈໍາ ສປປ ລາວ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະດໍາລົງຕໍາແໜ່ງນີ້ ບັນດາທ່ານເອກອັກຄະລັດຖະທູດ ຈະເຮັດສຸດຄວາມສາມາດຂອງຕົນ ແລະ ເປັນຂົວຕໍ່ອັນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ-ອຽກລັງ, ສປປ ລາວ-ເນປານ, ສປປ ລາວ-ສີລັງກາ ແລະ ສປປ ລາວ-ການາດາໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ອວຍພອນໄຊແກ່ ບັນດາທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ.
ໃນໂອກາດດຽວກັນ, ບັນດາທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
- ສປປ ລາວ ແລະ ອຽກລັງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ07 ສິງຫາ 1998.
- ສປປ ລາວ ແລະ ເນປານ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25ພຶດສະພາ 1970.
- ສປປ ລາວ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກໍລະກົດ 1965.
- ສປປ ລາວ ແລະ ການາດາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມິຖຸນາ 1974.