ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

 

20200209 PresidentVisitCambodia4

ໂດຍຕອບ​ສະ​ໜອງຕາມ​ການເຊື້ອ​ເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານບຸນຍັງ ວໍລະຈິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ​ຢ້ຽມ​ຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 09-10 ກຸມພາ 2020.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 09 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທີ່ ພະລາດຊະວັງ. ຫຼັງ​ສຳ​ເລັດ​ພິທີ​ຕ້ອນ​ຮັບຢ່າງເປັນທາງການ​ ກໍໄດ້​ມີ​ການ​ພົບ​ປະລະຫວ່າງ​ສອງ​ປະມຸກ​ລັດ ລາວ-ກຳປູ​ເຈຍ. ​​​ໃນ​​ໂອກາດ​ພົບ​ປະ​ຄັ້ງນີ້, ​​ພະນະທ່ານ ປະທານ​ປະ​ເທດ ບຸນ​ຍັງ​ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ​ດ້ວຍ​ນ້ຳໃຈໄມຕີ​ຈິດ​ມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທີ 2 ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ; ພະນະທ່ານ ປະທານ​ປະ​ເທດ ບຸນ​ຍັງ​ ວໍລະ​ຈິດ ​ຍັງໄດ້ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ ສົມ​ເດັດ ພະ​ມານ​ດາ ຂອງ ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ​ ກໍາປູ​ເຈຍ. ສອງ​ຝ່າຍ​ ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ ​ແລະ ມີຄວາມເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ສູງຕໍ່ການພົວພັນສອງຝ່າຍບໍ່​ວ່າ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ​ກໍ​ຄື​ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທດຊາດ; ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂື້ນອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແຜ່ລະບາດຂອງພະຍາດຕິດຕໍ່ ແລະ ອື່ນໆ.

ສຳລັບວຽກງານຊາຍແດນ ສອງຝ່າຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງສອງປະເທດຮ່ວມກັນປືກສາຫາລື ກັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມການຕົກລົງ ຂອງສອງນາຍົກລັດຖະມົນຕີ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ ​ຮຸນ​ແຊນ ໃນໄລຍະຜ່ານມາ. ສອງ​ຝ່າຍ ​ຍັງໄດ້​ເຫັນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ ​ແລະ ສື​ບຕໍ່​ຮັກສາ​ມູນ​ເຊື້ອ​ສາຍສຳພັນລະດັບ​ສູງ​ສຸດ ​ແລະ ສ້າງສັນ​ ລະຫວ່າງ ສອງ​ປະ​ເທດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ການ​ພົບ​ປະ​ຄັ້ງ​ນີ້ໄດ້​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ຕໍ່​ການ​ເພີ່ມ​ທະວີ​ສາຍ​ພົວພັນຮອບດ້ານ ລະຫວ່າງ​ ສອງ​ປະ​ເທດ​ ກໍ​ຄືປະຊາຊົນ​ສອງ​ຊາດ. ໃນ​ຕອນ​ທ້າຍ, ພະນະທ່ານ ​ປະທານປະເທດ ບຸນ​ຍັງ ວໍລະ​ຈິດ ​ຍັງໄດ້​​ເຊື້ອ​ເຊີນ ພະ​ບາດ​ສົມ​ເດັດ ພະ​ບໍ​ຣົມມະ​ນຽດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ສະ​ເດັດ​​ຢ້ຽມຢາມ ສປປ ລາວ ​ໃນ​​ເວລາ​ທີ່​​ເໝາະ​ສົມເພື່ອ​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ ລະຫວ່າງ​ ສອງ​ປະ​ເທດໃນ​ໄລຍະ​​ໃໝ່​ໃຫ້​ນັບ​ມື້​ນັບຂະຫຍາຍຕົວ​ຍິ່ງໆ​ຂຶ້ນ.

ຈາກນັ້ນ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ. ໃນຕອນບ່າຍຂອງວັນດຽວກັນ, ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ,​ ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ, ພ້ອມຄະນະ ໄດ້ພົບ​ປະ​ກັບ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ​ ຮຸນ​ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ ກຳປູ​ເຈຍ, ສົມເດັດ ອັກຄະມະຫາ ໂປເຢີຍ ຈັກກຣີ ເຮັງ ຊໍາຣິນ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ຣາຊະ​ອານາ​ຈັກ ກຳປູ​ເຈຍ ແລະ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ​ ຣາຊະ​ອານາ​ຈັກ ກຳປູ​ເຈຍ. ໃນ​ໂອກາດ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍ ​​ໄດ້​ແຈ້ງສະພາບ​ການ​ໂດຍ​ຫຍໍ້​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມ​ຊົມ​ເຊີຍ​ ຕໍ່​ການ​ຮ່ວມ​ມື​ທີ່ມີຜົນສຳເລັດ ໃນໄລຍະຜ່ານມາ ໂດຍສະເພາະພາຍຫຼັງ ການຍົກລະດັບສາຍ ພົວພັນເປັນຄູ່ຮ່ວມມືຢຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ແລະ ຍັງໄດ້ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ຕໍ່​ກັບ​ສະພາບ​ການຢູ່​ໃນ​ພາກ​ພື້ນ ​ແລະ​ ສາກົນ ທີ່ສອງຝ່າຍ ​ມີ​ຄວາມ​ສົນ​ໃຈ​ຮວ່ມກັນ.

ໃນຕອນຄໍ່າຂອງວັນດຽວກັນ, ທີ່ ພະລາດຊະວັງ, ພະ​ບາດສົມ​ເດັດ ພະ​ບໍຣົມມະ​ນຽດ ​ໂນ​ໂຣດົມ​ ສີ​ຫາ​ໂມ​ນີ, ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າເພື່ອເປັນກຽດແກ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619