ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ
ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ
ທີ່ ບາງກອກ.
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການທີ່ມີຜູ້ກໍ່ເຫດຍິງປະຊາຊົນ ໃນວັນທີ 8 ກຸມພາ 2020, ທີ່ ຈັງຫວັດນະຄອນຣາຊະສີມາ ອັນໄດ້ເຮັດໃຫ້ມີປະຊາຊົນຜູ້ບໍລິສຸດ ແລະ ເຈົ້າໜ້າທີ່ເສຍຊີວິດ ແລະ ບາດເຈັບ ເປັນຈໍານວນຫຼາຍ, ເຫດການດັ່ງກ່າວ ເປັນສິ່ງທີ່ບໍ່ເຄີຍເກີດຂຶ້ນ ແລະ ເປັນເລື່ອງສະເທື່ອນຂວັນ ບໍ່ສະເພາະແຕ່ຄົນໄທ, ແຕ່ຕໍ່ຄົນລາວ ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງ ທີ່ມີການພົວພັນ ແລະ ຮ່ວມມືທີ່ດີ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນຊາວໄທ ໂດຍສະເພາະຄອບຄົວຜູ້ໄດ້ຮັບເຄາະຮ້າຍຈາກເຫດການໂສກອະນາດຕະກຳຄັ້ງນີ້.
ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ ຈະປອດໄພ ແລະ ສະພາບຈິດໃຈຂອງຄອບຄົວ, ຍາດພີ່ນ້ອງ ແລະ ຄົນຮັກແພງຂອງຜູ້ເຄາະຮ້າຍ ຈະໄດ້ຮັບການຟື້ນຟູ, ປົວແປງ ເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 09 ກຸມພາ 2020