ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ

 

20200204 LaoEmbToSingapore

 

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 7 ກຸມພາ 2020, ໂດຍການເປັນປະທານຂອງ ສະຫາຍ ຄອນເພັງ ທໍາມະວົງ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສິງກະໂປ ເຊິ່ງມີສະມາຊິກພັກສົມບູນຂອງໜ່ວຍພັກສະຖານທູດເຂົ້າຮ່ວມທັງໝົດ 6 ສະຫາຍ.

ກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອເປັນພາກສ່ວນໜຶ່ງຂອງຂະບວນການກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນອົງຄະນະພັກກະຊວງການຕ່າງປະເທດ ແລະ ກະກຽມໃຫ້ແກ່ ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ແລະ ກອງປະຊຸມໃຫຍ່ຂອງ ພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ທີ່ຈະມາເຖິງໃນມໍ່ໆນີ້.

ກອງປະຊຸມຄັ້ງນີ້ ໄດ້ທົບທວນ ແລະ ຕີລາຄາຄືນບັນດາໝາກຜົນແຫ່ງການຊີ້ນໍານໍາພາຂອງໜ່ວຍພັກ ກໍ່ຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆ ທີ່ໜ່ວຍພັກໄດ້ວາງອອກໃນຊຸມປີຜ່ານມາ, ໄດ້ມີການຄົ້ນຄວ້າປະກອບຄໍາເຫັນໃສ່ບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ, ແລະ ຜ່ານບົດສໍາຫຼວດການນໍາພາຂອງຄະນະໜ່ວຍພັກຊຸດເກົ່າ, ໄດ້ເຫັນດີຮັບຮອງເອົາບົດລາຍງານການເມືອງ, ທິດທາງແຜນການໃນຕໍ່ໜ້າ, ຄາດໝາຍສູ້ຊົນ ແຕ່ນີ້ເຖິງປີ 2023 ແລະ ຮັບຮອງເອົາມະຕິຂອງກອງປະຊຸມ. ພ້ອມທັງມີການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ຂອງສະຖານທູດ 2 ສະຫາຍ ແລະ ຄັດເລືອກເອົາຜູ້ແທນ 1 ສະຫາຍ ເພື່ອໄປຮ່ວມ ກອງປະຊຸມໃຫຍ່ຂອງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ເຊິ່ງຈະຈັດຂຶ້ນໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485752
ມື້ນີ້51
ມື້ວານ206
ອາທິດນີ້788
ເດືອນນີ້5057