ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຢ້ຽມຢາມ ສປປ ລາວ

2020132hungary2020132hungary1

2020132hungary3 ​         ໃນ​ຕອນບ່າຍ ຂອງ​ວັນ​ທີ 13 ກຸມພາ 2020 ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ​, ​ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ ກັບ ​ທ່ານ István Joó, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມລາວ ໃນລະຫວ່າງ ວັນທີ 11-13 ກຸມພາ 2020.

         ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີ​ລາຄາ​ສູງຕໍ່ສາຍ​ພົວພັນມິດຕະພາບ​ແລະ ຮ່ວມມືອັນດີ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ​ໃນ​ຫລາຍ​ປີຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນສາມາດຍົກລະດັບ ຂຶ້ນມາເປັນຄູ່ຮ່ວມມືຍຸດທະສາດຮ່ວມກັນ ໃນປີ ຜ່ານມາ. ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍຫລືອຂອງຮົງກາຣີ ໃນໄລຍະຜ່ານມາໂດຍສະ​​ເພາະແມ່ນການຊ່ວຍພັດທະນາຊັບພະຍາກອນມະນຸດ ກໍ່ຄື ການໃຫ້ທຶນການສຶກສາແກ່ນັກສຶກສາລາວ ເພື່ອໄປຮຽນຕໍ່ທີ່ຮົງກາຣີ ຊຶ່ງໄດ້ເພີ່ມເປັນຈຳນວນ 100 ທຶນຕໍ່ປີ, ການຊ່ວຍເຫລືອດ້ານມະນຸດສະທຳ ໃນຂະນະທີ່ ສປປ ລາວ ໄດ້ປະສົບໄພພິບັດນຳ້ຖ້ວມອັນຮ້າຍແຮງໃນໄລຍະຜ່ານມາ. ຕໍ່ບັນຫານີ້, ຝ່າຍຮົງກາຣີຍັງໄດ້ສະເໜີໃຫ້ການຝຶກອົບຮົມ ເພື່ອປ້ອງກັນ ແລະ ຮັບມືກັບໄພພິບັດນຳ້ຖ້ວມທີ່ຈະເກີດຂຶ້ນໃນອະນາຄົດຕື່ມອີກ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງການຊ່ວຍເຫລືອໃນດ້ານອື່ນໆ ທີ່ມີໝາກຜົນຕົວຈິງ ໂດຍຜ່ານໂຄງການກູ້ຢືມມີເງື່ອນໄຂ ແຕ່ບໍ່ມີດອກເບ້ຍ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ເຊັ່ນ: ​ດ້ານ​ກະສິກຳ, ການບໍລິຫານຄຸ້ມຄອງຊັບ ພະຍາກອນນໍ້າ, ວຽກງານຍົກລະດັບການຄຸ້ມຄອງພົນລະເມືອງ ແລະ ການອອກບັດປະຈຳຕົວທີ່ທັນສະໄໝ​ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ຮ່ວມ​ປຶກສາ​ຫາລື​ກັນ ກ່ຽວກັບທິດທາງເສີມ​ຂະຫຍາ​ຍສາຍພົວພັນ​ຮ່ວມ​ມື​ສອງຝ່າຍໃນ​ດ້ານ​ຕ່າງໆໃນຕໍ່ໜ້າ, ເປັນຕົ້ນແມ່ນ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ,​ ການ​ສຶກສາ,​​ ການເງິນ ແລະ ອື່ນໆ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

    ການປຶກສາຫາລືຂອງທັງສອງຝ່າຍ ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ.

     ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປປ ລາວ​, ທ່ານ István Joó ​ຍັງໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ແລະ ພົບປະເຮັດວຽກກັບພາກສ່ວນຕ່າງໆຂອງລາວ ເພື່ອທົບທວນການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື   ຮົງກາຣີ-ສປປ ລາວ ໃນປັດຈຸບັນ ກໍ່ຄື ປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ເຊິ່ງທັງສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ຄຽງຄູ່ກັນນັ້ນ, ທ່ານຮອງລັດຖະມົນຕີ    ຮົງກາຣີ ຍັງໄດ້ເຂົ້າຮ່ວມພິທີວາງສີລາລຶກ ສຳລັບໂຄງການນໍ້າປະປາດົງບັງ ຊຶ່ງເປັນໂຄງການໜຶ່ງທີ່ໄດ້ນຳໃຊ້ເງິນກູ້ຢືມມີເງື່ອນໄຂ ປອດດອກເບ້ຍ ໃນໄລຍະ 3 ຈາກລັດຖະບານ ຮົງກາຣີ ອີກດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480209
ມື້ນີ້39
ມື້ວານ157
ອາທິດນີ້607
ເດືອນນີ້6440