ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5

 

MekongLancang

 

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ທີ່ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ, ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ  ສປ ຈີນ ແລະ ບັນດາຄະນະຜູ້ແທນ ຈາກປະເທດສະມາຊິກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຜົນການຮ່ວມມືຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຖະແຫລງການຊານຢາ ກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 1, ຖະແຫລງການພະນົມເປັນ ກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ແຜນປະຕິບັດງານ 5 ປີ (2018-2022) ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້າງ ເຊິ່ງກອງປະຊຸມຕີລາຄາວ່າ ຂອບການຮ່ວມມືດັ່ງກ່າວ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງໄວວາໄປສູ່ລວງກວ້າງ ແລະ ລວງເລິກ ພາຍໃຕ້ 3 ເສົ້າຄໍ້າ ຂອງການຮ່ວມມື ກໍຄື 5 ຂົງເຂດບູລິມະສິດ (ການເຊື່ອມຈອດ, ຄວາມອາດສາມາດດ້ານການຜະລິດ, ການຮ່ວມມືດ້ານເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ) ເຊິ່ງມັນສະແດງອອກຢູ່ບ່ອນວ່າ ນັບແຕ່ມີການສ້າງຕັ້ງຂອບການຮ່ວມມືດັ່ງກ່າວໃນປີ 2016 ເປັນຕົ້ນມາ, ບັນດາປະເທດສະມາຊິກ ໄດ້ມີການສ້າງຕັ້ງກອງເລຂາປະສານງານ ແລະ ສູນຄົ້ນຄວ້າແມ່ນໍ້າຂອງສາກົນຂອງແຕ່ລະປະເທດຂຶ້ນ, ໄດ້ມີການຍົກລະດັບກົນໄກການຮ່ວມມືໃນຂົງເຂດການຄຸ້ມຄອງຊັບພະຍາກອນນໍ້າ ຈາກໜ່ວຍງານວິຊາການ ໄປສູ່ລະດັບກອງປະຊຸມລັດຖະມົນຕີດ້ານຊັບພະຍາກອນນໍ້າ ໃນເດືອນ ທັນວາ 2019. ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ສ້າງຕັ້ງກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນໃນປີ 2017 ເຊິ່ງ ສປ ຈີນ ໄດ້ກອບປະສ່ວນເຂົ້າໃນກອງທຶນດັ່ງກ່າວ 300 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆໃນປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະເວລາ 5 ປີ (2017-2022) ມາຮອດປະຈຸບັນມີຫຼາຍກວ່າ 300 ກວ່າໂຄງການ (ນັບແຕ່ປີ 2017-2019) ທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນ 6 ປະເທດສະມາຊິກ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ ຢ່າງເປັນຮູບປະທໍາ ແລະ ມີໝາກຜົນ. ໃນນັ້ນມີ 36 ໂຄງການທີ່ກໍາລັງຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ອັນພົ້ນເດັ່ນ ແມ່ນໂຄງການພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ ລວມມູນຄ່າ 33 ລ້ານຢວນ ຫຼື ປະມານ 42 ຕື້ກີບ, ໂຄງການປິ່ນປົວແກ່ນຕາຂຸ້ນບໍ່ເສຍຄ່າ ໂດຍແພດຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາໃຫ້ການກວດຮັກສາຢູ່ ສປປ ລາວ ແລະ ໂຄງການສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານທີ່ຕິດພັນກັບ 5 ຂົງເຂດບູລິມະສິດ ຂອງການຮ່ວມມື.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ທິດທາງຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ້າວໄປສູ່ລວງເລິກ ແລະ ລວງກວ້າງ ກໍຄືການຂະຫຍາຍການຮ່ວມມືໄປສູ່ຂົງເຂດອື່ນໆທີ່ເຫັນວ່າ ມີຄວາມຈໍາເປັນ ແລະ ເໝາະສົມ ເຊັ່ນ: ຂົງເຂດ ສາທາລະນະສຸກ ແລະ ສຶກສາ ເປັນຕົ້ນ. ພ້ອມດຽວກັນນີ້, ສປ ຈີນ ກໍໄດ້ປະກາດອະນຸມັດໂຄງການງວດໃໝ່ປະຈໍາປີ 2020 ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ອີກ ຈໍານວນ 152 ໂຄງການ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຢູ່ບັນດາປະເທດສະມາຊິກ.

ໃນຕອນທ້າຍ, ກອງປະຊຸມ ກໍໄດ້ຮັບຮອງເອົາຖະແຫລງຂ່າວຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ຮັບຊາບເອກະສານແນບທ້າຍ 3 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2016 ຜ່ານມາໂດຍມີ 6 ປະເທດສະມາຊິກຄື: ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເຊິ່ງກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ ແມ່ນຖືກຈັດຂຶ້ນທຸກໆປີ ແລະ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແມ່ນຈັດຂຶ້ນທຸກໆ 2 ປີ. ໃນຕົ້ນ 2018 ສປປ ລາວ ໄດ້ຮັບໜ້າທີ່ຕໍ່ຈາກ ກໍາປູເຈຍ ໃນການເປັນປະທານຮ່ວມກັບ ສປ ຈີນ ໄລຍະປີ 2018-2020 ແລະ ໃນລະຫວ່າງການເປັນປະທານຮ່ວມ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ໃນທ້າຍປີ 2018 ທີ່ ນະຄອນຫລວງພະບາງ ແລະ ຄັ້ງທີ 5 ໃນປີ 2020 ທີ່ ນະຄອນຫລວງວຽງຈັນ ເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ     ຄັ້ງທີ 3 ໃນທ້າຍເດືອນ ມີນາ 2020 ແລະ ຈະໄດ້ສົ່ງ-ມອບໜ້າທີ່ ໃຫ້ ມຽນມາ ເປັນປະທານຮ່ວມກັບ ສປ ຈີນ ຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838