ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່

 

ASEANCHI

 

20200220ACC

 

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020ທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Special ASEAN-China Foreign Ministers’ Meeting on Coronavirus Disease (COVID-19) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Teodoro L. Locsin., Jr, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ແລະ ທ່ານ Wang Yi, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປ. ຈີນ. ສຳລັບຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ 150 ກວ່າທ່ານ.

 

ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ຕີລາຄາສູງ ຕໍ່ມາດຕະການ ກໍຄືຄວາມພະຍາຍາມຂອງລັດຖະບານ ສປ.ຈີນ ໃນການຕ້ານ ແລະ ຮັບມືກັບເຊື້ອພະຍາດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ລັດຖະບານ ກໍຄືປະຊາຊົນຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄດ້ຢ່າງແນ່ນອນ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ແລກປ່ຽນ ຄຳຄິດຄຳເຫັນ ລວມທັງຖອດຖອນບົດຮຽນທີ່ດີຮ່ວມກັນໃນການຊອກຫາຊ່ອງທາງ, ກຳນົດມາດຕະການ ແລະ ຮ່ວມມືກັນ ເພື່ອປ້ອງກັນ, ຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ນີ້. ພິເສດກອງປະຊຸມໄດ້ຮັບຮອງເອົາຖະແຫຼງການກອງ​ປະ​ຊຸມ ໃນການຕ້ານ ແລະ ຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ (Statement of the Special ASEAN-China Foreign Minsters’ Meeting on Coronavirus Disease (COVID-19)) ແລະ ໄດ້ມອບໝາຍໃຫ້ ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍໃນລາຍລະອຽດຕໍ່ໄປ.

ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດນີ້, ພາຍໃນອາຊຽນເອງ ກໍໄດ້ຈັດກອງປະຊຸມສະພາ ປະສານງານອາຊຽນ ສະໄໝພິເສດ (Special Meeting of the ASEAN Coordinating Council (ACC)) ກ່ຽວກັບ ການແຜ່ລະບາດຂອງ COVID-19 ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນ ອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມໄດ້ທົບທວນຄືນຄວາມພະຍາ ຍາມຂອງອາຊຽນ ໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບພະຍາດ COVID-19 ແລະ ໄດ້ກໍານົດທິດທາງໃນຕໍ່ໜ້າ.

ໃນໄລຍະທັງສອງກອງປະຊຸມນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະເປັນເຈົ້າພາບກອງປະຊຸມ ກໍໄດ້ປະ ກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີ ໃນຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວຕໍ່ທີ່ປະຊຸມໄດ້ຮັບຊາບ. ກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດຄັ້ງນີ້ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງສະແດງອອກໃນການມີບົດບາດ ແລະ ປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480269
ມື້ນີ້99
ມື້ວານ157
ອາທິດນີ້667
ເດືອນນີ້6500