ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

20200219LaosVietA

 

20200219LaosVietB

 

20200219LaosVietC

 

ໃນວັນທີ 19 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດທີ່ ສະຫາຍ ຟ້າມ ບິ່ງ ມິງ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ, ໃນລະຫວ່າງວັນທີ 19-21 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ.

 

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນ ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ມີການຮ່ວມມືຂອງບັນດາກະຊວງຂະແໜງການ ແລະ ລະຫວ່າງສອງກະຊວງການຕ່າງປະເທດ, ຊຶ່ງຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ກໍຄື ການຊີ້ນຳຂອງສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໃນໂອກາດກອງປະຊຸມ ຄັ້ງທີ42 ປະຈຳປີ2020 ຂອງຄະນະກໍາມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ, ທີ່ ຮ່າໂນ້ຍ, ສສ. ຫວຽດນາມ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ພິເສດ ໃນປີ 2020 ນີ້, ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຈະໄດ້ຮ່ວມກັນສ້າງກິດຈະກຳ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງຕັ້ງພັກຄອມມຸຍນິດຫວຽດນາມ ຄົບຮອບ 90 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ; ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 125 ປີ ແລະ ປະທານໄກສອນ ຄົບ ຮອບ 100 ປີ; ວັນຊາດຫວຽດນາມ ຄົບຮອບ 75 ປີ; ວັນຊາດລາວ ຄົບຮອບ 45 ປີ ແລະ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 45 ປີ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ; ມີການປຶກສາຫາລືໃນການກະກຽມ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຕ່າງໆ; ແລະ ການຮ່ວມມືໃນການປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂຣນາ ສາຍພັນໃໝ່ (COVID-19)ທີ່ກຳລັງແຜ່ລະບາດ ໃນຫຼາຍປະເທດໃນໂລກ.

 

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ປິຕິຊົມຊື່ນ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ສະຫາຍ ຟ້າມ ບິ່ງ ມິງ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຮັດວຽກຮ່ວມກັນ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການສຳເລັດການເຂົ້າຮ່ວມກອງປະຊຸມຕ່າງໆ ທີ່ ສສ. ຫວຽດນາມ, ຊຶ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນັ້ນ, ໃນເດືອນມີນາ 2020 ທີ່ຈະມາເຖິງນີ້ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຄັ້ງທີ 3; ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9; ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ທີ່ ນະຄອນຫຼວງວຽງຈັນ, ຊຶ່ງລັດຖະບານ ແຫ່ງ ສປປ ລາວ ມີຄວາມຍິນດີ ທີ່ຈະໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ຊຶ່ງຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ ສປປ ລາວ. ໃນຕອນທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ອວຍພອນໃຫ້ ສະຫາຍ ຟ້າມ ບິ່ງ ມິງ ຈົ່ງປະສົບຜົນສໍາເລັດ ໃນການເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ຢ່າງຈົບງາມ.

 

ໃນໂອກາດດຽວກັນ, ສະຫາຍ ຟ້າມ ບິ່ງ ມິງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເຂົ້າຮ່ວມກອງປະຊຸມຕ່າງໆ ໃນຄັ້ງນີ້ ແລະ ອວຍພອນໃຫ້ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480265
ມື້ນີ້95
ມື້ວານ157
ອາທິດນີ້663
ເດືອນນີ້6496