ໃນຕອນເຊົ້າຂອງ ວັນທີ 03 ມີນາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຳຣົງ ໃຄ່ຣຄວນ, ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ໄທ ປະຈຳ ສປປ ລາວ ຄົນໃໝ່, ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານເອກອັກຄະຣາຊະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດ, ຊຶ່ງເຫັນໄດ້ຈາກ ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ແລະ ການເຂົ້າຮ່ວມກອງປະຊຸມທີ່ສຳຄັນຕ່າງໆ ຢ່າງເປັນປົກກະຕິ. ພິເສດໃນປີນີ້ ທັງສອງປະເທດ ກໍຈະໄດ້ຮ່ວມກັນຈັດກິດຈະກຳ ເພື່ອສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ໃຫ້ມີເນື້ອໃນ ແລະ ຄວາມໝາຍສຳຄັນ, ທັງສ່ອງແສງໃຫ້ເຫັນເຖິງສາຍພົວພັນທີ່ສະໜິດແໜ້ນ ແລະ ການຮ່ວມມືທີ່ດີໃນປັດຈຸບັນ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆ ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະໃນຂະແໜງການໂຍທາທິການ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອື່ນໆ. ພ້ອມກັນນັ້ນ, ກໍຊ່ວຍຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນທັງດ້ານປະລິມານ ແລະ ດ້ານຄຸນນະພາບ ຕາມທ່າແຮງຕົວຈິງ ເພື່ອຜົນປະໂຫຍດລວມຂອງສອງປະເທດ. ໃນຕອນທ້າຍ, ທ່ານລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານເອກອັກຄະຣາຊະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານການທູດ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະຣາຊະທູດ ຈະສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ດໍາຣົງ ໃຄ່ຣຄວນ ກໍໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ພ້ອມຈະເຮັດໜ້າທີ່ສຸດຄວາມສາມາດ ໃນໄລຍະການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດພວກເຮົາ.