ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສສ. ມຽນມາ ສຳເລັດການຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ ຄັ້ງທີ 12

20200306LaosMyanmarA

 

20200306LaosMyanmarSLB

 

20200306LaosMyanmarSLC

 

20200306LaosMyanmarSLD

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອູ ຈໍ ຕິນ, ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ໄດ້ນຳພາຄະນະຜູ້ແທນມຽນມາເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 12, ທີ່ ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 04-07 ມີນາ 2020.

 

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 12, ໄດ້ຈັດຂຶ້ນ ໃນວັນທີ 06 ມີນາ 2020, ທີ່ ກະຊວງການຕ່າງປະເທດ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ອູ ຈໍ ຕິນ, ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສສ.ມຽນມາ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ເຂົ້າອົກເຂົ້າໃຈ ຊຶ່ງກັນ ແລະ ກັນ, ຊຶ່ງທັງສອງ​ຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມຊົມເຊີຍ ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ລະຫວ່າງ ສປປ ລາວ ແລະ ສສ. ມຽນມາ (12/7/1955-12/07/2020) ໃນປີ 2020 ນີ້, ຊຶ່ງເຫັນວ່າ ຕະຫຼອດ 6 ທົດສະຫວັດເຄິ່ງຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ທົບ​ທວນ​ຄືນ ກ່ຽວ​ກັບ ​ການ​ພົວ​ພັນ​ຮ່ວ​ມມືຂອງສອງປະເທດ ໃນ​ໄລ​ຍະ​ຜ່ານ​ມາ ໂດຍ​ສະ​ເພາະແມ່ນ ການຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍເນື້ອ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ມຽນ​ມາ; ມຽນມາ-ລາວ ຄັ້ງ​ທີ 11, ທີ່ ນະ​ຄອນ​ຫຼວງເນ​ປິ​ດໍ, ສ​ສ. ມຽນ​ມາ, ແຕ່​ວັນ​ທີ 01-04 ມີ​ນາ 2015, ຊຶ່ງ​ມີ​ຫຼາຍ​ດ້ານທີ່ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ເປັນ​ຮູບ​ປະ​ທຳ. ນອກ​ຈາກ​ນັ້ນ, ສອງຝ່າຍ ກໍໄດ້​ຕີ​ລາ​ຄາ​ສູງ ຕໍ່​ຜົນ​ສຳ​ເລັດໃນ​ການ​ຮ່ວມ​ມື​ຂອງ​ຫຼາຍ​ຂະ​ແໜງ​ການ​ຕ່າງໆ ເຊັ່ນ: ຂະ​ແໜງ​ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​​ຊາດ-​ປ້ອງ​ກັນຄວາມ​ສະ​ຫງົບ, ການຮ່ວມມືດ້ານເສດຖະກິດ-​ການ​ຄ້າ, ວຽກ​ງານ​ສຶກ​ສາ​ທິ​ການ ແລະ ກິ​ລາ, ວັດ​ທະ​ນະ​ທຳ-ສັງ​ຄົມ, ວຽກ​ງານ​ສາດ​ສະ​ໜາ ແລະ ອື່ນໆ.ນອກ​ຈາກຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລ້ວ ກໍ​ຍັງ​ໄດ້​ສືບ​ຕໍ່​ໃຫ້​ການສະ​ໜັບ​ສະ​ໜູນ ຊຶ່ງກັນ​ ແລະ ​ກັນ ໃນ​ຂອບ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາກົນ ເປັນ​ຕົ້ນແມ່ນ: ອາຊຽນ (ASEAN), ອະນຸພາກພື້ນແມ່ນ້ຳຂອງ (GMS), ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ຂອບການຮ່ວມມືແມ່ນໍ້າຂອງ (Mekong Cooperation), ອົງການສະຫະປະຊາຊາດ (The United Nations) ແລະອື່ນໆຢ່າເປັນປົກກະຕິ.ໃນດ້ານ​ວຽກ​ງານ​ຊາຍ​ແດນ ສອງ​ຝ່າຍ ໄດ້ສະແດງຄວາມຊົມ​ເຊີຍ ທີ່ໄດ້ສຳເລັດການສ້າງຂົວມິດຕະພາບ ລະຫວ່າງສອງປະເທດ ແລະ ຊົມ​ເຊີຍຕໍ່ຜົນສຳເລັດ ໃນການລົງກວດກາ ແລະ ສ້ອມແປງຫຼັກໝາຍຊາຍແດນຮ່ວມ ຄັ້ງທີ 5 ແລະ ຕີລາຄາສູງຕໍ່ໝາກຜົນຂອງ ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ຄັ້ງທີ 13ໃນປີ 2018; ແລະ ກອງປະຊຸມຄະນະກໍາມະການຊາຍແດນ ລາວ-ມຽນມາ ຂັ້ນແຂວງ/ເຂດ ຄັ້ງທີ 9 ໃນປີ 2019 ທີ່ຜ່ານມາ, ຊຶ່ງສອງ​ຝ່າຍ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ຊຶ່ງກັນ ແລະ ກັນ, ພ້ອມທັງຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດ ຕາມເນື້ອໃນບົດບັນທຶກຂອງກອງປະຊຸມ ທີ່ໄດ້ຕົກລົງກັນຢ່າງມີປະສິດທິຜົນ ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການສ້າງເຂດຊາຍແດນ ໃຫ້ການເປັນເຂດທີ່ມີສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ມຽນມາ. ແຕ່ເຖິງຢ່າງໃດກໍຕາມສອງຝ່າຍ ກໍສັງເກດເຫັນວ່າ: ຄວນມີການເອົາໃຈໃສ່ ແລະ ຊຸກຍູ້ໃຫ້​​ບາງຂະແໜງການກ່ຽວຂ້ອງເພີ່ມທະວີການຮ່ວມມືເພື່ອຍົກລະດັບການພົວພັນຮ່ວມມືວິຊາການໃຫ້ດີກວ່າເກົ່າເພື່ອຮ່ວມມືກັນຈັດຕັ້ງປະຕິບັດ ແລະ ຜັນຂະຍາຍໃຫ້ເປັນຮູບປະທຳ. ສ່ວນແຜນການແລະທິດທາງການຮ່ວມມືໃນອະນາຄົດນັ້ນ ສອຝ່າຍຕົກລົງເຫັນດີທີ່ຈະ​​ສືບຕໍ່ໃຫ້ມີການແລກປ່ຽນນະຜູ້ແທນນຳກັນທຸກຂັ້ນ, ທຸກລະດັບ ແລະ ທຸກຂະແໜງການແຕ່ສູນກາງເຖິງທ້ອງຖິ່ນຢ່າງເປັນປົກປະຕິ ແລະ ຕໍ່ເນື່ອງລຽນຕິດ, ເພື່ອສືບຕໍ່ປະຕິບັດຜັນຂະຍາຍ​​ບົດບັນທຶກແຜນການຮ່ວມມື ລະຫວ່າງຂະແໜງການກ່ຽວຂ້ອງ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເກີດດອກອອກຜົນ. ສອຝ່າຍ ເຫັນດີສືຕໍ່ຊອກຫາກາລະໂອກາດຮ່ວມກັນ ເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດ ກໍຄືລະດັບອະນຸພາພື້ນ ແລະ ພາກພື້ນ ເພື່ອເປັນການເຜີຍແຜ່ຄວາມສວຍງາມດ້ານທຳມະຊາດ ແລະ ຄວາມຮັ່ງມີທາງດ້ານມໍລະດົກວັດທະນະທຳ. ພ້ອມດຽວກັນ, ກໍໃຫ້ສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ ເພື່ອສ້າງຄວາມໃກ້ຊິດ ແລະ ເຂົ້າອົກເຂົ້າໃຈກັນໃຫ້ຫຼາຍຂຶ້ນ. ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວ, ສອງຝ່າຍ ຍັງໄດ້ຮ່ວມກັນລົງນາມບົດບັນທຶກກອງປະຊຸມ ແລະ ຝ່າຍລາວ ກໍໄດ້ຖືໂອກາດດັ່ງກ່າວ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ມອບເງິນຊ່ວຍເຫຼືອຈຳນວນເງິນ ມູນຄ່າ 50,000 ໂດລາ ສະຫະລັດ, ເພື່ອຊ່ວຍເຫຼືອເພື່ອນມິດມຽນມາ ໃນການຟື້ນຟູຊ່ວຍເຫຼືອປະຊາຊົນ ທີ່ ລັດຣະຄ່າຍ ໃຫ້ມີຊີວິດການເປັນຢູ່ດີຂຶ້ນອີກດ້ວຍ.

 

ໃນໄລຍະການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ​ທ່ານລັດຖະມົນຕີ ອູ ຈໍ ຕິນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຮອງປະທານປະເທດ ພັນຄຳ ວິພາວັນ, ທີ່ ທຳນຽບປະທານປະເທດ ແລະ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທີ່ ສຳນັກງານນາຍົກລັດຖະມົນຕີ. ໃນການພົບປະໂອ້ລົມ ທ່ານລັດຖະມົນຕີ ອູ ຈໍ ຕິນ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກບັນດາການນຳຂັ້ນສູງ ແຫ່ງ ສສ. ມຽນມາ ເຖິງ ບັນດາການນຳຂັ້ນສູງ ແຫ່ງ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເດີນທາງມາຢ້ຽມຢາມ ສປປ ລາວ ແລະ ​​ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວຄັ້ງທີ 12 ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ນອກຈາກນີ້, ໃນລະຫວ່າງການຢ້ຽມຢາມ ສປປ ລາວ ທ່ານລັດຖະມົນຕີ ອູ ຈໍ ຕິນ ຍັງໄດ້ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ເຊັ່ນ: ປະຕູໄຊ, ພະທາດຫຼວງວຽງຈັນ ແລະ ອື່ນໆ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484483
ມື້ນີ້187
ມື້ວານ273
ອາທິດນີ້921
ເດືອນນີ້3788