ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ ມອບຫຼຽນກາມິດຕະພາບ ໃຫ້ແກ່ ຜູ້ຕາງໜ້າຂອງອົງການ UNICEF ປະຈຳ ສປປ ລາວ

 

20200317 - UNICEF 1

20200317 - UNICEF 2-1 ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ

ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ອົກຕາວຽນ ບີໂວ, ຜູ້ຕາງໜ້າຂອງອົງການ UNICEF ປະຈຳ ສປປ ລາວ

 

 

20200317 - UNICEF 4

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ

ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ອົກຕາວຽນ ບີໂວ, ຜູ້ຕາງໜ້າຂອງອົງການ UNICEF ປະຈຳ ສປປ ລາວ

 

ໃນຕອນເຊົ້າຂອງ ວັນທີ 17 ມີນາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ອົກຕາວຽນ ບີໂວ (Mr. Octavian BIVOL), ຜູ້ຕາງໜ້າຂອງອົງການ UNICEF ປະຈຳ ສປປ ລາວ ໃນໂອກາດທີ່ທ່ານສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ. ຕາງໜ້າໃຫ້ລັດຖະບານ ສປປ ລາວ ເພື່ອປະດັບຫຼຽນດັ່ງກ່າວແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ທ່ານ ອົກຕາວຽນ ບີໂວ ໄດ້ຖືກແຕ່ງຕັ້ງ ໃຫ້ມາເປັນ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ຕັ້ງແຕ່ທ້າຍປີ 2017, ເຊີ່ງຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ຊີ້ນໍາວຽກງານການຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ, ກໍ່ຄືການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ, ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕິດແປດຕ່າງໆ, ການສົ່ງເສີມໂພຊະນາການເດັກ, ການປັບປຸງການສຶກສາໃນຂັ້ນອະນຸບານ ແລະ ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫຼີກ, ການຊ່ວຍເຫຼືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫຼັງໄພພິບັດ ໂດຍສະເພາະແມ່ນການຊຸກຍູ້ວຽກງານການຈັດ ຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບແມ່ຍິງ ແລະ ເດັກນ້ອຍ. ໃນໄລຍະດຳລົງຕໍາແໜ່ງດັ່ງກ່າວ, ທ່ານ ສາມາດລະດົມທຶນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງ ອົງການ UNICEF ປະຈຳ ສປປ ລາວ ມີມູນຄ່າເຖີງ 62,880,000 ໂດລາສະຫະລັດ. ເຂົ້າຮ່ວມເປັນສັກຂີພິຍານ ໃນການປະດັບຫຼຽນກາຄັ້ງນີ້ ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ເປັນຄູ່ຮ່ວມງານກັບອົງການ UNICEF.

ໃນວັນດຽວກັນນີ້, ທ່ານ ອົກຕາວຽນ ບີໂວ (Mr. Octavian BIVOL) ກໍ່ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ. ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ທ່ານ ອົກຕາວຽນ ບີໂວ ທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ທີ່ໄດ້ຕັ້ງໜ້າປະກອບສ່ວນຊຸກຍູ້ເຮັດໃຫ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ UNICEF ນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ອວຍພອນໄຊໃຫ້ ທ່ານ ອົກຕາວຽນ ບີໂວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ຮັບຜິດຊອບອັນໃໝ່ຂອງທ່ານ. ທ່ານ ອົກຕາວຽນ ບີໂວ ກໍ່ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ອັນໄດ້ເຮັດໃຫ້ການປະຕິບັດໜ້າທີ່ຂອງທ່ານປະສົບຜົນສຳເລັດຢ່າງຈົບງາມ.

ປັດຈຸບັນ, ອົງການ UNICEF ກຳລັງຈັດຕັ້ງປະຕິບັດແຜນງານການຮ່ວມມືການພັດທະນາຢູ່ ສປປ ລາວ ສຳລັບສົກປີ 2017-2021 ຊຶ່ງໄດ້ສຸມໃສ່ວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, ວຽກງານສຶກສາແຜນງານນໍ້າ ແລະ ສຸຂະອະນາໄມ, ວຽກງານປົກປ້ອງເດັກ, ວຽກງານນະໂຍບາຍ, ວາງແຜນ, ຕິດຕາມ ແລະ ປະເມີນຜົນ, ວຽກງານໂຄສະນາ ແລະ ສື່ສານມວນຊົນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484454
ມື້ນີ້158
ມື້ວານ273
ອາທິດນີ້892
ເດືອນນີ້3759