ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນບວກສາມ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19)

 

20200414ASEANPM1

 

20200414ASEANPM2

 

20200414ASEANPM3

 

20200414ASEANPM4

 

20200414ASEANPM5

 

ໃນວັນທີ 14 ເມສາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ໄດ້ນຳ ພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນບວກສາມ ກ່ຽວກັບ ການລະບາດຂອງພະຍາດອັກ ເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19), ທີ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ນະຄອນ ຫຼວງວຽງຈັນ.

 

ກອງ​ປະ​ຊຸມ​ສຸດຍອດ​ທາງໄກ ສະໄໝພິເສດຂອງຜູ້ນຳອາຊຽນ ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໃນຖານະປະທານໝູນວຽນອາຊຽນ    ປີ 2020, ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການຂອງແຕ່ລະປະເທດສະມາຊິກ ກໍຄື ຂອງອາຊຽນໂດຍລວມ ເພື່ອພ້ອມກັນຮັບມື ແລະ ຕອບໂຕ້ຢ່າງທັນການ ການແຜ່ລະບາດຂອງພະຍາດດັ່ງກ່າວ. ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສະພາປະສານງານອາຊຽນ ສະໄໝພິເສດ ທີ່ຈັດຂຶ້ນຢູ່ ສປປ ລາວ ເຮົາໃນເດືອນ ກຸມພາ ຜ່ານມາ, ກອງປະຊຸມທາງໄກ ສະພາປະ ສານງານອາຊຽນ ຄັ້ງທີ 25 ໃນວັນທີ 9 ເມສາ 2020 ແລະ ບັນດາກອງປະຊຸມຂະແໜງການກ່ຽວຂ້ອງ ກ່ຽວກັບ ພະຍາດໂຄວິດ-19 ແລະ ໄດ້ມອບໝາຍໃຫ້ບັນດາຂະແໜງການກ່ຽວຂ້ອງໄປຜັນຂະຫຍາຍຜົນສໍາເລັດຂອງບັນດາກອງປະຊຸມດັ່ງກ່າວໃຫ້ປະກົດເປັນຈິງ. ນອກຈາກນີ້, ບັນດາຜູ້ນໍາອາຊຽນ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາຄູ່ຮ່ວມເຈລະຈາ ກໍຄື ຄູ່ຮ່ວມມືພາຍນອກອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ ໂດຍສະເພາະອົງການອະນາໄມໂລກ ໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19. ໃນໂອກາດນີ້, ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດອື່ນໆ ລວມທັງບັນດາ   ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານຊ່ຽວຊານ ກໍຄື ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

 

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລົດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ສືບຕໍ່ເຂົ້າ​ຮ່ວມກອງປະຊຸມສຸດຍອດ ສະໄຫມພິເສດຜູ້ນໍາອາຊຽນບວກສາມ (​ສປ ຈີນ, ຍີ່​ປຸ່ນ ແລະ ສ. ເກົາ​ຫລີ) ກ່ຽວກັບ​​ພະ​ຍາດໂຄວິດ-19 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຮ່ວມຂອງພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນນາມປະທານອາຊຽນ ແລະ ພະນະທ່ານ ມຸນ ແຈອິນ, ປະທານາທິບໍດີ ສ. ເກົາຫລີ ໃນນາມປະທານປະເທດບວກສາມ.ນອກຈາກນັ້ນ, ອຳນວຍການໃຫ່ຍອົງການອະນາໄມໂລກ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດໃນຄັ້ງນີ້.

 

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກ ກໍຄື ມາດຕະການລວມ ພາຍໃຕ້ຂອບການຮ່ວມມືອາຊຽນບວກສາມໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາຜູ້ນໍາ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ບົດຮຽນທີ່ດີ ເພື່ອສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ແລະ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນຕໍ່ໜ້າ.

 

ສໍາລັບ ສປປ ລາວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ,ຄວບຄຸມແລະກຽມຄວາມພ້ອມຮອບ ດ້ານເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດໂຄວິດ-19ເປັນຕົ້ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ, ປິດສະຖາບັນການສຶກສາທຸກລະດັບ, ສະຖານບໍລິການທຸກປະເພດ, ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ; ຫຼີກລ້ຽງການຊຸມນຸມ ແລະ ທຸກກິດ ຈະກຳທີ່ມີການເຕົ້າໂຮມຈຳນວນຫຼາຍ; ປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ; ແລະ ສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.

 

ສໍາລັບທິດທາງໃນຕໍ່ໜ້າ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ກອງປະຊຸມເອົາ ໃຈໃສ່ຮ່ວມມືກັນໃນວຽກຄົ້ນຄວ້າ ແລະ ພັດທະນາການຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19; ການສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກ; ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ.

 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະປະເທດບວກສາມ ທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19.

ພິເສດ,ໃນໂອກາດກອງປະຊຸມສຸດຍອດທາງໄກ ສະໄໝພິເສດ ຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນບວກສາມຄັ້ງນີ້ ແມ່ນໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍການລະບາດຂອງພະຍາດໂຄວິດ-19 ຂອງທັງສອງກອງປະຊຸມສຸດຍອດດັ່ງກ່າວ ແລະ ໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງນໍາໄປຜັນຂະຫຍາຍຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480266
ມື້ນີ້96
ມື້ວານ157
ອາທິດນີ້664
ເດືອນນີ້6497