ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ

 

 2020612-call-phone-india1

2020612-call-phone-india2

2020612-call-phone-india3

ໃນຕອນແລງຂອງວັນທີ 12 ມິຖຸນາ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ພະນະທ່ານ ນາເຣັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ໃນການສົນທະນາດັ່ງກ່າວ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບ ກັບ ພະນະທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ພາຍຫຼັງທີ່ ໄດ້ພົບກັບພະນະທ່ານ ໃນປີ 2018 ເວລາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ ນິວແດນລີ. ໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດໄລຍະເວລາ 64 ປີ (02.02.1956-02.02.2020) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດຜ່ານມາ, ເຫັນໄດ້ຈາກການນຳຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ດີໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນປີ 2021 ນີ້ ຈະເປັນປີ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອິນເດຍ, ສອງປະເທດຈະໄດ້ຮ່ວມກັນຈັດກິດຈະກຳເພື່ອສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍສຳຄັນ ແລະ ສ່ອງແສງໃຫ້ເຫັນເຖິງມູນເຊື້ອ ແຫ່ງການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບ ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ການກຳນົດມາດຕະການອັນເໝາະສົມ, ທັນການ ແລະ ມີປະສິດທິພາບຊຶ່ງສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງມີຜົນສໍາເລັດສູງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບເຂົ້າສູ່ສະພາບປົກກະຕິໂດຍໄວ. ເຖິງຢ່າງໃດກໍ່ຕາມ, ການແຜ່ລະບາດພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມໃນທຸກໆປະເທດໃນໂລກ ລວມທັງ ສປປ ລາວ, ເຊິ່ງລັດຖະບານລາວ ໄດ້ສືບຕໍ່ຢ່າງໃກ້ສິດເອົາໃຈໃສ່ຕິດຕາມ ແລະ ມີມາດຕະການຮັບມືເປັນຢ່າງດີ. ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ການຮ່ວມມືໃນຂອບອາຊຽນ-ອິນເດຍ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມື ອາຊຽນ-ອິນເດຍ ໃນໄລຍະຜ່ານມາ ເຊິ່ງໄດ້ນຳຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ ແລະ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ຕີລາຄາສູງຕໍ່ບົດບາດອັນສໍາຄັນຂອງອິນເດຍ ທີ່ໄດ້ເຮັດໃຫ້ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານຂອງພາກພື້ນ (RCEP) ຕະຫລອດໄລຍະ 7 ປີຜ່ານມາ ໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ພິເສດ ແມ່ນໄດ້ຊ່ວຍໃນການປົກປ້ອງສິດຜົນປະໂຫຍດຂອງປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ.

ໃນຕອນທ້າຍ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ພະນະທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດເປັນຢ່າງດີໃນຄວາມພະຍາຍາມສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ອິນເດຍ ແລະ ເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນະທ່ານ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂື້ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485288
ມື້ນີ້216
ມື້ວານ169
ອາທິດນີ້324
ເດືອນນີ້4593