ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

2020617-asean-Russia1

2020617-asean-Russia2

2020617-asean-Russia3

ໃນຕອນບ່າຍຂອງ​ວັນ​ທີ 17 ມີຖຸນາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການຕ້ານການແຜ່ລະບາດພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານນາງ Retno L.P. Marsudi, ລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Sergey Lavrov, ລັດຖະມົນຕີຕ່າງປະເທດ ລັດເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ບັນດາຜູ້ຕາງໜ້າຈາກກະຊວງຂະແໜງການກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດ ສະມາຊິກອາຊຽນ ແລະ ລັດເຊຍ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້,ບັນດາທ່ານ ລັດຖະມົນຕີ ຍັງໄດ້ແລກປ່ຽນວິໄສທັດກໍ່ຄືບົດຮຽນທີ່ດີໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19; ພິເສດ, ໄດ້ຢືນຢັນຈະສືບຕໍ່ ແລະ ຮ່ວມມືຊ່ວຍເຫຼຶືອເຊິ່ງກັນ ແລະ ກັນເພື່ອໃຫ້ສາມາດຜ່ານພົ້ນວິກິດການດັ່ງກ່າວໃນເວລາອັນໄວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ແຈ້ງສະພາບການຫລ້າສຸດກ່ຽວກັບການແຜ່ລະບາດ     ໂຄວິດ-19 ຢູ່ ສປປ ລາວ, ໂດຍສະເພາະ ໃນວັນທີ 10 ມີຖຸນາ 2020 ຜ່ານມາ, ລັດຖະບານ ໄດ້ປະກາດຜົນສຳເລັດໃນເບື້ອງຕົ້ນໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວ, ຊຶ່ງ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເອງ ເປັນກຽດປະກາດຜົນສຳເລັດໃນເບື້ອງຕົ້ນດັ່ງກ່າວ ໂດຍປັດໃຈຫຼັກທີ່ສາມາດຍາດໄດ້ຜົນສຳເລັດນີ້ແມ່ນ: 1) ມີການຊີ້ນຳ-ນຳພາອັນແທດເຖິງຈາກການນຳສູງສຸດ; ພິເສດ, ໄດ້ມີແນວທາງນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ; 2) ທຸກອົງການຈັດຕັ້ງໃນຂອບເຂດທົ່ວປະເທດໂດຍສະເພາະ 3 ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ລວມທັງອົງການຈັດຕັ້ງພົນລະເຮືອນ ແລະ ປວງຊົນລາວທຸກຖ້ວນໜ້າໄດ້ຮ່ວມມືຈັດຕັ້ງປະຕິບັດທຸກມາດຕະການທີີ່ວາງອອກຢ່າງເຂັ້ມງວດ ແລະ ປະກອບສ່ວນຢ່າງຫ້າວຫັນ; 3) ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງໃນການຕ້ານ ແລະ ຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ໂດຍສະເພາະແພດໝໍ, ທະຫານ, ຕຳຫຼວດ ລວມທັງອຳນາດການປົກຄອງທຸກຂັ້ນ ໄດ້ອອກເຫື່ອເທແຮງເຂົ້າໃນການປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດຈົບງາມ; ແລະ 4) ຍ້ອນມີການພົວພັນຮ່ວມມືຊ່ວຍເຫຼືອຈາກວົງຄະນະຍາດສາກົນ ທັງຂອບສອງຝ່າຍ ແລະ ຫຼາຍຝ່າຍ; ພິເສດ, ມີການຮ່ວມມືຢ່າງໃກ້ຊິດກັບອົງການອະນາໄມໂລກ. ເຖິງວ່າ, ສປປ ລາວ ຈະປະສົບຜົນສຳເລັດເບື້ອງຕົ້ນຄືກໍ່ຕາມ, ແຕ່ບໍ່ໃຫ້ປະມາດ ແລະ ໃຫ້ສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ແລະ ຕິດຕາມສະພາບການພະຍາດໂຄວິດ-19 ຢ່າງໃກ້ຊິດ.

ສໍາລັບທິດທາງໃນຕໍ່ໜ້າໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີ ກອງປະຊຸມ ພິຈາລະນະ: 1) ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການກໍຄືມາດຕະການ ແລະ ບົດຮຽນທີ່ດີໃນການແກ້ໄຂພະຍາດໂຄວິດ-19; 2) ໃຫ້ການຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນ ຄົ້ນຄ້ວາ ແລະ ພັດທະນາ (RαD) ຢາປິ່ນປົວກໍຄືຢາປ້ອງກັນພະຍາດໂຄວິດ-19 ລວມທັງຮ່ວມກັນຜະລິດຢາດັ່ງກ່າວ; ແລະ 3) ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພາຍຫຼັງສີ້ນສຸດການລະບາດໂຄວິດ-19.ສຸດທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະເທດສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການອະນາໄມໂລກ ແລະ ລັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.

ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫລງການຂອງກອງປະຊຸມສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປຜັນຂະຫຍາຍຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480212
ມື້ນີ້42
ມື້ວານ157
ອາທິດນີ້610
ເດືອນນີ້6443