ໃນຕອນບ່າຍຂອງວັນທີ 30 ມີຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງ ປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ Dato' Seri Hishammuddin bin Tun Hussein, ລັດຖະມົນຕີຕ່າງປະເທດມາເລເຊຍ ແລະທ່ານ ນ. Marise Payne, ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາ ລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫ່ຍອາຊຽນ ແລະ ຕາງໜ້າຈາກກະຊວງຂະແໜງການກ່ຽວຂ້ອງຈໍານວນໜຶ່ງ.
ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດ ສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນບົດຮຽນ ແລະ ທິດທາງໃນຕໍ່ໜ້າໃນການຕອບໂຕ້ ແລະ ຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ແຈ້ງສະພາບການຫລ້າສຸດ ຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ຜົນສຳເລັດເບື້ອງຕົ້ນ ໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ດັ່ງກ່າວ, ເຊິ່ງຜົນສຳເລັດທີ່ຍາດມາໄດ້ນີ້ແມ່ນ: ຍ້ອນການຊີ້ນໍາ-ນໍາພາ ອັນແທດເຖິງ ຂອງ ລັດຖະບານ ໂດຍໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ; ມີການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງປະຊາຊົນບັນດາເຜົ່າ; ບັນດາກະຊວງຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ-ທຸກລະດັບ ໄດ້ປະຕິບັດໜ້າທີ່ ທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ເອົາໃຈໃສ່ສູງ; ແລະ ສປປ ລາວ ໄດ້ມີການຮ່ວມມືສະໜັບສະໜູນຢ່າງໃກ້ຊິດກັບເພື່ອນປະເທດອາຊຽນ ກໍ່ຄື ອົງການຈັດຕັ້ງສາກົນຕ່າງໆ ລວມທັງ ອົດສະຕຣາລີ ແລະ ອົງການອະນາໄມໂລກ. ເຖິງວ່າ ສປປ ລາວ ຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ ແຕ່ ສປປ ລາວ ຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີ ຕໍ່ກອງປະຊຸມກ່ຽວກັບ ທິດທາງ ແຜນການຮ່ວມມື ອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ ໃນການສືບຕໍ່ຮັບມື ແລະ ແກ້ໄຂ ພະຍາດໂຄວິດ-19: 1) ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການກໍຄືມາດຕະການ ແລະ ບົດຮຽນທີ່ດີໃນການແກ້ໄຂພະຍາດໂຄວິດ-19; 2) ໃຫ້ການຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນ ຄົ້ນຄ້ວາ ແລະ ພັດທະນາ (R&D) ແລະ ຜະລິດຢາປິ່ນປົວກໍຄືຢາປ້ອງກັນພະຍາດໂຄວິດ-19 ແລະ ການເຂົ້າເຖິງຢາປິ່ນປົວກໍ່ຄືຢາວັກແຊັງປ້ອງກັນພະຍາດດັ່ງກ່າວ ເວລາສາມາດຜະລິດໄດ້ແລ້ວ; ແລະ 3) ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພາຍຫຼັງສີ້ນສຸດການລະບາດໂຄວິດ-19.
ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍໂຄວິດ-19 ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປຜັນຂະຫຍາຍຕໍ່ໄປ.
ສຸດທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະເທດສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການອະນາໄມໂລກ ແລະ ລັດຖະບານ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ອຸປະກອນການແພດ ແກ່ ສປປ ລາວ ໃນການຮັບມື, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.