ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

2020630-asean-australia1

2020630-asean-australia2

2020630-asean-australia3

ໃນຕອນບ່າຍຂອງ​ວັນ​ທີ 30 ມີຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງ ປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມ   ຂອງທ່ານ Dato' Seri Hishammuddin bin Tun Hussein, ລັດຖະມົນຕີຕ່າງປະເທດມາເລເຊຍ ແລະທ່ານ ນ. Marise Payne, ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາ ລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫ່ຍອາຊຽນ ແລະ ຕາງໜ້າຈາກກະຊວງຂະແໜງການກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດ ສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນບົດຮຽນ ແລະ ທິດທາງໃນຕໍ່ໜ້າໃນການຕອບໂຕ້ ແລະ ຮັບມືກັບການແຜ່ລະບາດຂອງ ພະຍາດໂຄວິດ-19.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ແຈ້ງສະພາບການຫລ້າສຸດ ຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ຜົນສຳເລັດເບື້ອງຕົ້ນ ໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ດັ່ງກ່າວ, ເຊິ່ງຜົນສຳເລັດທີ່ຍາດມາໄດ້ນີ້ແມ່ນ: ຍ້ອນການຊີ້ນໍາ-ນໍາພາ ອັນແທດເຖິງ ຂອງ ລັດຖະບານ ໂດຍໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ; ມີການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງປະຊາຊົນບັນດາເຜົ່າ; ບັນດາກະຊວງຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ-ທຸກລະດັບ ໄດ້ປະຕິບັດໜ້າທີ່ ທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ເອົາໃຈໃສ່ສູງ; ແລະ ສປປ ລາວ ໄດ້ມີການຮ່ວມມືສະໜັບສະໜູນຢ່າງໃກ້ຊິດກັບເພື່ອນປະເທດອາຊຽນ ກໍ່ຄື ອົງການຈັດຕັ້ງສາກົນຕ່າງໆ ລວມທັງ ອົດສະຕຣາລີ ແລະ ອົງການອະນາໄມໂລກ. ເຖິງວ່າ ສປປ ລາວ ຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ ແຕ່ ສປປ ລາວ ຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີ ຕໍ່ກອງປະຊຸມກ່ຽວກັບ ທິດທາງ ແຜນການຮ່ວມມື ອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ ໃນການສືບຕໍ່ຮັບມື ແລະ ແກ້ໄຂ ພະຍາດໂຄວິດ-19: 1) ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການກໍຄືມາດຕະການ ແລະ ບົດຮຽນທີ່ດີໃນການແກ້ໄຂພະຍາດໂຄວິດ-19; 2) ໃຫ້ການຊ່ວຍເຫຼືອ ດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນ ຄົ້ນຄ້ວາ ແລະ ພັດທະນາ (R&D) ແລະ ຜະລິດຢາປິ່ນປົວກໍຄືຢາປ້ອງກັນພະຍາດໂຄວິດ-19 ແລະ ການເຂົ້າເຖິງຢາປິ່ນປົວກໍ່ຄືຢາວັກແຊັງປ້ອງກັນພະຍາດດັ່ງກ່າວ ເວລາສາມາດຜະລິດໄດ້ແລ້ວ; ແລະ 3) ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພາຍຫຼັງສີ້ນສຸດການລະບາດໂຄວິດ-19.

ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍໂຄວິດ-19 ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປຜັນຂະຫຍາຍຕໍ່ໄປ.

ສຸດທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະເທດສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການອະນາໄມໂລກ ແລະ ລັດຖະບານ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ອຸປະກອນການແພດ ແກ່ ສປປ ລາວ ໃນການຮັບມື, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485798
ມື້ນີ້97
ມື້ວານ206
ອາທິດນີ້834
ເດືອນນີ້5103