ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມເຮັດວຽກພາຍໃນ ທີ່ ນະຄອນດານັງ, ສສ.ຫວຽດນາມ

20200706PMVN1

20200706PMVN

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ແໜ້ນເເຟ້ນໃນໄລຍະຜ່ານ.ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືທີ່ມີໝາກມີຜົນໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງຢູ່ ສສ.ຫວຽດນາມ ແລະ ສປປລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະການເເຜ່ລະບາດຂອງພະຍາດດັ່ງກ່າວ. ນອກຈາກນີ້, ສອງຝ່າຍ ຍັງໄດ້   ຕີລາຄາສູງ ແລະ ສະແດງຄວາມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍໃນຕົວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງຊາດໄດ້ຮັບການພັດທະນາໃຫ້ດີ ຂື້ນເທື່ອລະກ້າວ. ໃນໂອກາດນີ້, ຝ່າຍລາວ ກໍ່ໄດ້ສະແດງຄວາມຊົມເຊີຍຝ່າຍຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ກອງປະຊຸມໄອປາ ແລະ ທັງເປັນປະທານກອງປະຊຸມສະມາຊິກບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນີ້.

ໃນໄລຍະການຢ້ຽມຢາມເຮັດວຽກໃນຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມເຂດອຸດສະຫະກຳ ດ້ຽນນາມ-ດ້ຽນຫງ໋ອກ, ແຂວງກວາງນາມ ອີກດ້ວຍ ເພື່ອຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມໃນເຂດດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485509
ມື້ນີ້14
ມື້ວານ196
ອາທິດນີ້545
ເດືອນນີ້4814