ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

 

BestPartiesUninit1

BestPartiesUninit2

BestPartiesUninit3

 

ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020, ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງມີຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ພະນັກງານຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ, ໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X, ເຊິ່ງຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ; ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ທິດປັບປຸງກົງຈັກລັດຖະບານ ເພື່ອໃຫ້ພະນັກງານຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນກະຊວງ ໄດ້ຮັບຮູ້ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສຳຄັນຂອງມະຕິກອງປະຊຸມຄົບຄະນະຄັ້ງ ທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ພ້ອມກັນຕັ້ງໜ້າເອົາມະຕິດັ່ງກ່າວເປັນທິດທາງ ແລະ ແຜນຈັດຕັ້ງປະຕິບັດງານລະອຽດຮອບດ້ານ ເຂົ້າສູ່ລວງເລິກໃນຂະແໜງການຕົນຢ່າງແຂງແຮງ ແລະ ຕໍ່ເນື່ອງ.

ໃນໂອກາດດຽວກັນນີ້, ຍັງໄດ້ມີພີທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 12 ໜ່ວຍພັກ ທີ່ຢູ່ພາຍໃນປະເທດ, ເຊິ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ໂອ້ລົມຕໍ່ບັນດາໜ່ວຍພັກ, ໂດຍໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງແຕ່ລະໜ່ວຍພັກທີ່ຍາດມາໄດ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ການເອົາໃຈໃສ່ຈັດຕັ້ງນຳພາຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງວາງອອກ ແລະ ເຂັ້ມງວດປະຕິບັດກົດລະບຽບພັກ, ກົດໝາຍ, ລະບຽບຄຳສັ່ງຫຼັກການຕ່າງໆ. ເວົ້າສະເພາະກໍແມ່ນຄວາມຮັບຮູ້ເຂົ້າໃຈ, ກຳແໜ້ນ ແລະ ສາມາດປະຕິບັດໄດ້ບັນດາມາດຖານ, ເງື່ອນໄຂ ແລະ ຂັ້ນຕອນຕ່າງໆໃນການສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜັນ. ພ້ອມນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ບັນດາໜ່ວຍພັກ ຈົ່ງສືບຕໍ່ເອົາໃຈໃສ່ເພີ່ມທະວີເປັນເຈົ້າການນຳພາໝູ່ຄະນະຮັກສາມູນເຊື້ອນາມມະຍົດຂອງໜ່ວຍພັກໄວ້ຢ່າງໝັ້ນຄົງຕໍ່ເນື່ອງ.

ສຳລັບໜ່ວຍພັກທີ່ຍັງບໍ່ທັນໄດ້ຮັບ ກໍ່ໃຫ້ສືບຕໍ່ສູ້ຊົນ ແລະ ແລກປ່ຽນຖອດຖອນບົດຮຽນນຳໜ່ວຍພັກທີ່ໄດ້ຮັບນາມມະຍົດມາແລ້ວ ເພື່ອເຮັດໃຫ້ໜ່ວຍພັກຕົນໄດ້ຮັບເປັນໜ່ວຍພັກປອດໃສ່, ເຂັ້ມແຂງ, ໜັກແໜ້ນ ໃນສົກປີຕໍ່ໜ້າ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485625
ມື້ນີ້130
ມື້ວານ196
ອາທິດນີ້661
ເດືອນນີ້4930