ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດອີຢູ ເຂົ້າຢ້ຽມອຳລາ

2020721-m-hup-EU-1

2020721-m-hup-EU-2

    ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ​​ຂ່ຳນັບອຳລາຂອງ ທ່ານ ລີໂອ ຟາເບີ (Leo FABER), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພາບອີຣົບ (ອີຢູ) ປະຈຳ ສປປ ລາວ ໃນໂອກາດ​​​ສຳເລັດການປະຕິບັດໜ້າທີ່ການທູດຢູ່ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍແລະຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງ ລາວ-ອີຢູ ຕະຫຼອດໄລຍະ​​ຜ່ານມາ ຈົນເຖິງປະຈຸບັນປີ 2020 ເຊິ່ງເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນ ລາວ-ອີຢູ ຄົບຮອບ 45 ປີ. ພ້ອມກັນນັ້ນ, ກໍ່ສະແດຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕພາບແລະການຮ່ວມມືລາວ-ອີຢູ ຂະຫຍາຍຕົວແລະແຕກດອກອອກຜົນຍິ່ງຂຶ້ນ​​ຕະຫຼອດໄລຍະເວລາທີ່ ທ່ານທູດອີຢູ ຜູ້ທຳອິດປະຈຳສປປ ລາວ ທີ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນ ໄດ້ປະກອບສ່ວນຊຸກຍູ້ໃຫ້ ອີຢູ ​​ສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ພາຍໃຕ້ແຜນງານJoint Programming ສຳລັບສົກປີ 2016-2020 ຊຶ່ງມີມູນຄ່າ 500 ລ້ານເອີໂຣ. ໂຄງການຊ່ວຍເຫຼືອດັ່ງກ່າວ ແມ່ນເລັ່ງໃສ່ຂະແໜງການບູລິມະສິດເຊັ່ນ: ການສຶກສາຂັ້ນພື້ນຖານ, ໂພຊະນາການ, ການຄໍ້າປະກັນດ້ານສະບຽງອາຫານ, ການປົກຄອງທີ່ດີ, ສິດທິມະນຸດ ແລະ ສ້າງລັດທີ່​ປົກ​ຄອງ​ດ້ວຍກົດໝາຍ,​ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາ ພາກເອກະຊົນ ແລະ ວຽກຂອງ​ອົງ​ການ CSO. ຄຽງຄູ່ກັນນັ້ນ, ກໍ່ສະແດງຄວາມຂອບໃຈ ອີຢູ ທີ່ໃຫ້ການຊ່ວຍເຫຼືອໃນຂອບຫຼາຍຝ່າຍ ໂດຍຜ່ານອົງການຈັດຕັ້ງສາກົນຕ່າງໆ, ຊຶ່ງປະຈຸບັນນີ້ ອີຢູ ກຳລັງພິຈາລະນາຈະໃຫ້ການຊ່ວຍເຫຼືອແກ່ ສປ ລາວ ໃນການແກ້ໄຂສະພາບເສດຖະກິດ-ສັງຄົມ ພາຍ​ຫຼັງ​ທີ່​ໄດ້​ຮັບຜົນກະທົບຈາກ​ການແຜ່​ລະ​ບາດຂອງພະຍາດ COVID-19.

ໃນ​ຕອນ​ທ່ຽງ​ຂອງວັນ​ດຽວກັນ​, ທ່ານ​​ລັດ​ຖະ​ມົນ​ຕີກໍ່ໄດ້​ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ອຳລາເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ​ທູດ ກ່ອນຈະເດີນ​ທາງ​ກັບ​ຄືນ​ປະ​ເທດ​ຢ່າງຖາວອນ.

      ໃນໂອກາດດຽວກັນນີ້, ທ່ານລີໂອ ຟາເບີກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ​, ທັງເປັນເຈົ້າພາບຈັດງານລ້ຽງອຳລາໃນຄັ້ງນີ້, ພ້ອມທັງໄດ້​​ສະແດງຄວາມຂອບໃຈຢ່າງສູງ       ຕໍ່ລັດຖະບານ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອກໍ່ຄືນວຍຄວາມສະດວກທຸກປະການ ເຮັດໃຫ້ການປະຕິບັດໜ້າທີ່ການທູດຂອງຕົນຢູ່ລາວປະສົບຜົນສຳເລັດເປັນຢ່າງດີ ແລະຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນແລະ ການຮ່ວມມື ລາວ-ອີ ຢູໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485746
ມື້ນີ້45
ມື້ວານ206
ອາທິດນີ້782
ເດືອນນີ້5051