ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະແບບທາງໄກ ລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

20200721PMLCN

20200721PMLCN120200721PMLCN2

ໃນວັນທີ21 ກໍລະກົດ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ (Video Conference) ກັບ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນໂດຍຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ,ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີແລະການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັບ ສະຫາຍ ນາຍົກລັດຖະມົນຕີຫລີ ເຄີ້ສຽງ ຜ່ານລະບົບທາງໄກນີ້, ຊຶ່ງຖືເປັນກົນໄກອັນໃໝ່ ຍ້ອນສະພາບໂຄວິດ-19. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະຕໍ່ຍາດຕິພີ່ນ້ອງ ແລະ ຜູ້ໄດ້ຮັບເຄາະຢ່າງຮ້າຍຈາກເຫດການນ້ຳຖ້ວມຢູ່ຫຼາຍແຂວງຂອງ ສປ ຈີນ ເຊິ່ງໄດ້ສ້າງຄວາມສູນເສຍດ້ານຊີວິດ ແລະ ຊັບສິນ ເປັນຈຳນວນຫຼວງຫຼາຍ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍຍັງໄດ້ຕີລາຄາຄືນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການປະຕິບັດຜົນຂອງການພົບປະສອງນາຍົກ ໃນຕົ້ນເດືອນມັງກອນ 2020 ຜ່ານມາ ຢູ່ນະຄອນຫຼວງປັກກິ່ງ. ພ້ອມດຽວກັນນັ້ນ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການໃຊ້ມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງສະຫາຍຈີນ, ສປປ ລາວ ຖືວ່າເປັນໄຊຊະນະອັນໃຫຍ່ຫຼວງຂອງຈີນ ທັງເປັນບົດຮຽນສຳຄັນໃຫ້ໂລກອີກດ້ວຍ, ພ້ອມທັງສະແດງຄວາມຄວາມຂອບໃຈ ສະຫາຍຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບເຊື້ອພະຍາດ ໂຄວິດ-19 ນັບແຕ່ຕົ້ນຈົນເຖິງປະຈຸບັນ ເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີຜູ້ຕິດເຊື້ອດັ່ງກ່າວເປັນເວລາຫຼາຍກວ່າ 3 ເດືອນແລ້ວ.

ສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືສອງຝ່າຍ ເຊັ່ນ:ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ທີ່ ສອງສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມລົງນາມ ໃນເດືອນເມສາ ປີ 2019 ຜ່ານມາ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ການເປີດຊ່ອງທາງດ່ວນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ຊຶ່ງກັນ ແລະ ກັນ; ການກະກຽມຈັດກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3; ການກະກຽມແຜນການເດີນທາງຢ້ຽມຢາມ ສປ ຈີນ ຂອງການນຳຂັ້ນສູງຂອງ ສປປ ລາວ ໃນທ້າຍປີ 2020; ການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ທີ່ ນະຄອນໜານໜິງ ໃນເດືອນພະຈິກ 2020. ພ້ອມດຽວກັນນີ້, ໃນປີ 2021 ຈະເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ (ວັນທີ 25 ເມສາ 1961 - 25 ເມສາ 2021) ແລະ ເປັນປີມິດຕະພາບ ລາວ-ຈີນ ໂດຍສອງຝ່າຍໄດ້ເຫັນດີຮ່ວມກັນຈັດຕັ້ງສະເຫຼີມສະຫຼອງຢ່າງມີບັນຍາກາດ ແລະ ມີຄວາມໝາຍເລິກເຊິ່ງ.

ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນ ສະຫາຍ ຫລີ ເຄີ້ສຽງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງສະຫາຍ ແລະ ອວຍພອນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ຕາມທິດ 4 ດີ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳດຽວກັນ ແລະ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ແລະ ສະຫາຍ ຫລີ ເຄີ້ ສຽງ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຊັ່ນດຽວກັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485309
ມື້ນີ້10
ມື້ວານ227
ອາທິດນີ້345
ເດືອນນີ້4614