ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດວັນຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 23 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

202084-suk-thoung1

202084-suk-thoung2

202084-suk-thoung3

202084-suk-thoung5

202084-suk-thoung4

    ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດເປັນປະທານໃນພິທີ​​ເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 - 8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 - 23 ກໍລະກົດ 2020). ເຂົ້າຮ່ວມໃນພິທີສຳຄັນຄັ້ງນີ້ມີ ບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນ ຕີ, ເອກອັກຄະລັດ ຖະທູດປະເທດສະມາຊິກ ອາຊຽນ ປະຈຳ ສປປ ລາວ, ຄະນະກົມ ແລະ ພະນັກງານລັດຖະ ກອນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີສະເຫຼີມສະຫຼອງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 53 ປີຜ່ານມາ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະ ນະຖາວອນ ໃນພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນໜຶ່ງແມ່ນອາຊຽນ ໃນນາມເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ກໍ່ຄືກັບປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ, ສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື (TAC) ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂື້ນ (ຫຼັກການແຫ່ງການ​ຢູ່​ຮ່ວມ​ກັນໂດຍ​ສັນຕິ;​ເຄົາລົບ​ເອກະ​ລາດ, ອະທິ​ປະ​ໄຕ, ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ, ການ​ບໍ່​ແຊກ​ແຊງເຂົ້າ​ໃນວຽກງານ​ພາຍ​ໃນ​ຂອງກັນ ​ແລະ ກັນ; ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ແລະ ອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ “ວິຖີທາງຂອງອາຊຽນ”(ASEAN Way)).

ພ້ອມນີ້,​ ທ່ານລັດຖະມົນຕີຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມກ່ຽວຂ້ອງຜ່ານມາພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ (ແບບທາງໄກ), ຊຶ່ງເຫັນວ່າໃນ​ໄລຍະ ເກືອບໜຶ່ງປີຜ່ານ​ມາ, ເຖິງແມ່ນວ່າສະພາບການພາກພື້ນແລະສາກົນກຳລັງປະເຊີນກັບໄພພິບັດທຳມະຊາດກໍຄືການແຜ່ລະບາດຂອງພະຍາດໂຄວິດ-19 ອັນເປັນໄພຂົ່ມຂູ່ແລະສົ່ງຜົນກະທົບໜັກໜ່ວງຕໍ່ສຸຂະພາບ, ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບແລະຄວາມໝັ້ນຄົງຂອງພາກພື້ນ ແລະ ຂອງໂລກ, ແຕ່ສະມາຊິກອາຊຽນແລະປະເທດຄູ່ຮ່ວມກໍຍັງສືບຕໍ່ມີຄວາມສາມັກຄີ ແລະ ສາມາດຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ແຜນງານ/ໂຄງການຮ່ວມມືໃນ 3 ເສົາຄ້ຳປະຊາຄົມອາຊຽນ ໄດ້​ຮັບ​ຜົນສຳ​ເລັດ​ເປັນກ້າວໆມາ: ໄດ້ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19; ສ້າງຕັ້ງຄັງແຮອຸປະກອນການ ແພດສຸກເສີນອາຊຽນ; ແລະ ການຮ່າງແຜນພື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19 ສິ້ນສຸດ.

ນອກຈາກນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ຍັງໄດ້ເນັ້ນຕື່ມອີກວ່າ: ຕະຫລອດໄລຍະ 23 ປີ ທີ່ ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ແລະ ເປັນເຈົ້າການສູງ​ໃນ​ຂະ​ບວນການ​ລວມຂອງ​ອາຊຽນ ອັນໄດ້ເຮັດໃຫ້ບົດບາດ ຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ​​ນັບ​ມື້ພົ້ນເດັ່ນຂຶ້ນ. ສະເພາະຂົງເຂດເສດຖະກິດ, ເຂດການ​ຄ້າ​ເສລີ​ ແລະ ການລົງທຶນ ອາຊຽນ ​ແລະ ອາຊຽນ ກັບ ບັນດາປະ​ເທດ​ຄູ່​ເຈລະຈາ ​ກໍໄດ້​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ເຮັດ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ປະ​ເທດ​ເຮົາ​ຂະຫຍາຍຕົວ​​ໃນ​ຈັງຫວະ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ສຸດທ້າຍ, ທ່ານລັດຖະມົນຕີ ໄດ້ຢືນຢັນເຖິງຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະສືບຕໍ່ເຂົ້າຮ່ວມໃນຂະບວນການລວມຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍ ເພື່ອສາມາດບັນລຸໄດ້ການສ້າງປະຊາຄົມອາຊຽນ ໃນປີ 2025 ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາກໍ່ຄືຄູ່ຮ່ວມມືພາຍນອກອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາ ໄດ້ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480278
ມື້ນີ້108
ມື້ວານ157
ອາທິດນີ້676
ເດືອນນີ້6509