ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

20200902VietDay1

20200902VietDay

20200902VietDay2

 

ໃນ​ຕອນ​ເຊົ້າ​ວັນ​ທີ 02 ກັນຍາ 2020, ທີ່​ ຫໍ​ວັດທະນະທຳ​ແຫ່ງ​ຊາດ ໄດ້ມີພິທີ​ໂຮມ​ຊຸມນຸມສະ​ເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ນາງປານີ ຢາທໍ່ຕູ້, ກໍາ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານສະພາແຫ່ງຊາດ, ມີ​ທ່ານ ຫງວຽນ ​ບ໋າ ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ປະຈຳ ສປປ ​ລາວພ້ອມ​ດ້ວຍ​ການ​ນຳ​ພັກ-ລັດ ​ແລະ ພາກສ່ວນ​ກ່ຽວຂ້ອງລາວ ​ແລະຫວຽດນາມ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

 

​ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ​ໄດ້ກ່າວຄຳປາໄສຕໍ່​ພິທີ​ໂຮມ​ຊຸມນຸມ​ໂດຍມີເນື້ອໃນດັ່ງນີ້:ມື້ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອໍານາດການປົກຄອງນະຄອນຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມ ສູນກາງ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມນີ້ຂຶ້ນ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນຄົບຮອບ 75 ປີ ແຫ່ງການສະຖາປະນາເປັນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊີ່ງເປັນລັດກໍາມະກອນ-ຊາວນາ ລັດທໍາອິດຢູ່ອາຊີອາຄະເນ, ເຊິ່ງ ສະຫາຍ ປະທານສະພາແຫ່ງຊາດ ​ໄດ້​​ຢ້ຳວ່າ:ຊາດຫວຽດນາມ ແມ່ນຊາດວິລະຊົນ, ປະຊາຊົນຫວຽດນາມ ແມ່ນປະຊາຊົນວິລະຊົນ ໃນການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ, ພ້ອມ​ທັງ​ໄດ້​ທົບ​ທວນຄືນ​ບັນດາ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຫວຽດນາມຕະຫລອດ​ໄລຍະ 75 ປີຜ່ານມາ, ພ້ອມ​ກັນນັ້ນ, ສະຫາຍ ຍັງ​ໄດ້​ຕີ​ລາຄາ​ສູງ​ທີ່​ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສຂອງ​ພັກ​ກອມ​ມູນິດ​ຫວຽດນາມສາມາດ​ຍາດ​ໄດ້​ໄຊຊະນະ ​ແລະ ຜົນງານ​ໃຫຍ່​ຫລວງ​ຮອບດ້ານ ​ແລະມີ​ລັກສະນະ​ປະຫວັດສາດ, ​ໃນ​ການ​ຕໍ່ສູ້​ຢ່າງ​ທໍລະ​ຫົດ​ອົດທົນ​ຈົນ​ສາມາດ​ປົດ​ປ່ອຍ​ຕົນ​ເອງ ​ໃຫ້​ຫລຸດພົ້ນ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ຈັກກະພັດລ່າ​ເມືອງ​ຂຶ້ນ ​ທັງ​​​​ເກົ່າ​ແລະ ​​ໃໝ່, ນຳພາ​ປະ​ເທດ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະສາມ​າດ​ເຮັດ​ໃຫ້​ປະ​ເທດ​ຫລຸດ​ພົ້ນ​ອອກ​ຈາກສະຖານະພາບ​ປະ​ເທດ​ທຸກ​ຍາກ ​ແລະດ້ອຍ​ພັດທະນາ, ຖານະ​ບົດບາດ ​ແລະ ຊື່ສຽງ​ຂອງ​ປະ​ເທດ​ຫວຽດນາມ​ໄດ້​ດັງ​ກ້ອງ​ໄກ​ອອກ​ໄປ​ທົ່ວ​ໂລກ. ນອກຈາກ​ນີ້, ສະຫາຍ ຍັງ​ໄດ້​ຕີ​ລາຄາ​ສູງ ​ແລະ ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຮງກ້າ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວໃນປະຈຸບັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ສປປ ລາວ ຈະ​ຮ່ວມ​ກັບ ສສ.ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ເຊິ່ງໄດ້ກາຍເປັນ ກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດລາວ-ຫວຽດນາມ, ທັງເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ ໃຫ້ຈະເລີນງອກງາມຕະຫຼອດໄປ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າ ໃຫ້ແກ່ຮຸ່ນລູກ ຮຸ່ນຫຼານຂອງພວກເຮົາ ສືບທອດຕໍ່ໄປ. ແລະ ອວຍພອນໃຫ້ປະຊາຊົນຫວຽດນາມ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍ ຫງວຽນ ຟູ້ ຈ໋ອງ ເປັນຜູ້ນໍາໜ້ານັ້ນ ຈົ່ງຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ນໍາເອົາປະເທດຫວຽດນາມ ກ້າວສູ່ໄລຍະໃໝ່, ໄລຍະແຫ່ງການຫັນເປັນປະເທດອຸດສາຫະກໍາ ແລະ ທັນສະໄໝດ້ວຍບາດກ້າວອັນໜັກແໜ້ນ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ,​ ການຮ່ວມມື ຢູ່ພາກພື້ນ ແລະ ໃນໂລກ.

ໃນພິທີດັ່ງກ່າວ, ສະຫາຍ ​ເອກອັກຄະລັດຖະທູດ ແຫ່ງ ສສ.​ຫວຽດນາມ ປະຈຳ ສປປ ​ລາວ ​​ກໍ່ໄດ້​ກ່າວ​ເຖິງ​ບັນດາ​ຜົນງານ, ​ໄຊຊະນະ​ຂອງ​ຫວຽດນາມ ​ໃນ​ຕະຫລອດ ​ໄລຍະ 75 ປີຜ່ານມາ, ​ພາຍ​ໃຕ້​ການ​ນນຳພາ​ອັນ​ປີ​ຊາ​ສາມາດ, ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມພ້ອມ​ທັງ​ຕີ​ລາຄາ​ສູງ​​ເຖິງ​ມູນ​ເຊື້ອ​ແຫ່ງ​ການ​​ພົວພັນ​ແບບ​ພິ​ເສດ ​ແລະການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ຫວຽດນາມ-ລາວ ​ແລະ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່​ການ​ນຳ​ພັກ-ລັດຖະບານ ​ແລະ ປະຊາຊົນ​ລາວທີ່​ຍາມ​ໃດ​ກໍ​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ ພັກ-ລັດຖະບານ ​ແລະປະຊາຊົນ​ຫວຽດນາມ ຕະຫລອດ​ມາ ​ແລະ ​ຈະ​ເຮັດ​ທຸກ​ຄວາມ​ສາມາດ​ເພື່ອ​ປົກ​ປັກ​ຮັກສາ ​ແລະເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ລາວ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງສອງ​ຊາດ ຫວຽດນາມ-ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865