ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດລາວ ໂອ້ລົມທາງໂທລະສັບກັບ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ

 

FMtalkAUS1

 

FMtalkAUS3

 

ໃນວັນທີ 2 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ  ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະເວລາ 68 ປີ ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952, ສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ, ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນຂົງເຂດວຽກງານການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ, ກະສິກຳ, ສາທາລະນະສຸກ, ການຄ້າ-ການລົງທຶນ ແລະ ອື່ນໆ ນັບເປັນມູນຄ່າສະເລ່ຍ 40 ລ້ານໂດລາອົດສະຕຣາລີ/ປີ, ລວມທັງການຊ່ວຍເຫຼືອ ລັດຖະບານລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ອີກດ້ວຍ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືສອງຝ່າຍ, ແລກປ່ຽນປະສົບການໃນການຮັບມືກັບການເເຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ຍາດມາໄດ້ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນໄລຍະຜ່ານມາ.

ສອງຝ່າຍ ຍັງໄດ້ປືກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນຈຳນວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ ລວມທັງ ການຮັດແໜ້ນການຮ່ວມມື ໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການຮ່ວມມື ໃນຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480206
ມື້ນີ້36
ມື້ວານ157
ອາທິດນີ້604
ເດືອນນີ້6437