ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ (ແບບທາງໄກ)

 

20200909-AMM 1

 20200909-AMM 2

20200909-AMM 3

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53

 

 

ໃນວັນທີ 9 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53, ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27, ກອງປະຊຸມສະພາປະສານງານສະໄໝພິເສດ ວ່າດ້ວຍ ການພັດທະນາອານຸພາກພື້ນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-.ເກົາຫລີ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 21, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ສສ. ຫວຽດນາມ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53 ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຄຳຕົກລົງຂອງຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຜ່ານມາໂດຍສະເພາະຄວາມພະຍາຍາມຂອງອາຊຽນໃນການສືບຕໍ່ຮ່ວມມືກັນເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການສ້າງຕັ້ງກອງທຶນສຸກເສີນ ແລະ ການສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ແລະ ການສໍາເລັດຮ່າງແຜນການຟື້ນຟູຮອບດ້ານຂອງອາຊຽນຫຼັງໂຄວິດ-19. ພ້ອມນີ້, ໄດ້ສະແດງຄວາມພໍໃຈຕໍ່ຜົນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດການເປັນປະທານອາຊຽນປີ 2020 ຂອງຫວຽດນາມ ເປັນຕົ້ນ ການທົບທວນກາງສະໄໝແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ແລະ ການຮ່າງວິໄສທັດປະຊາຄົມອາຊຽນຫຼັງປີ 2025. ພ້ອມນີ້, ກອງປະຊຸມ ໄດ້ພິຈາລະນາຂໍ້ສະເໜີການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນອາຊຽນ ທີ່ມີຄວາມສົນໃຈຈຳນວນໜຶ່ງ ແລະ ໄດ້ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນໃນເດືອນພະຈິກ 2020 ນີ້. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາ 2 ເອກະສານທີ່ສຳຄັນຄື: 1). ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັັ້ງທີ 53, ແລະ ຄູ່ມືສໍາລັບຂະບວນການ, ຂັ້ນຕອນ, ການຈັດຕັ້ງປະຕິບັດ ແລະ ພິທີການຂອງເວທີພາກພື້ນອາຊຽນ.     ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງຕໍ່ໄປ (ຄັ້ງທີ 54) ຈະຈັດຂຶ້ນໃນປີ 2021 ຢູ່ປະເທດບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນ ໃນການສືບຕໍ່ສ້າງປະຊາຄົມອາຊຽນພາຍໃຕ້ການເປັນປະທານອາຊຽນຂອງ ຫວຽດນາມ ສົກປີ 2020. ກອງປະຊຸມ ຍັງໄດ້ຮັບຮອງເອົາເອກະສານ ແລະ ຮັບຊາບບົດລາຍງານຈຳນວນໜຶ່ງ ເປັນຕົ້ນ ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025. ພິເສດ ກອງປະຊຸມໄດ້ຊົມເຊີຍການປະກອບສ່ວນດ້ານທຶນຮອນຂອງ . ເກົາຫລີ, ອັງກິດ ແລະ ໄທຈຳນວນ 1 ລ້ານໂດລາ ສະຫະລັດ ອາເມລິກາ, 1 ລ້ານປອນ (GBP), ແລະ 1 ແສນໂດລາ ສະຫະລັດ ອາເມລິກາ ຕາມລຳດັບ ເຂົ້າໃນກອງທຶນສຸກເສີນມືໂຄວິດ-19 ອາຊຽນ (COVID-19 ASEAN Response Fund); ໄດ້ຮັບຮອງເອົາເອກະສານແນວຄວາມຄິດການສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ   (ASEAN Regional Reserve of Medical Supplies for Public Health Emergencies-RRMS); ແລະ ຮ່າງແຜນການຟື້ນຟູຮອບດ້ານຂອງອາຊຽນ (ASEAN Comprehensive Recovery Plan).

ຫຼັງຈາກສໍາເລັດກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 ແລ້ວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໃນພາກວາລະພິເສດຂອງກອງປະຊຸມສະພາປະສານງານອາຊຽນ ວ່າດ້ວຍ ການພັດທະນາໃນອະນຸພາກພື້ນ (Special Session of the ASEAN Coordinating Council Meeting on Sub-Regional Development), ເຊິ່ງໄດ້ເຫັນດີເປັນເອກະພາບກັນ ກ່ຽວກັບ ຈຸດປະສົງ-ລະດັບຄາດໝາຍຂອງບັນດາຂອບການຮ່ວມມືລະດັບພາກພື້ນ ຕ້ອງສຸມໃສ່ການຮ່ວມມືເພື່ອການພັດທະນາ, ການແກ້ໄຂຄວາມທຸກຍາກ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນເກົ່າ ແລະ ໃໝ່, ການເຊື່ອມຈອດອາຊຽນ ແລະ ການພັດທະນາແບບຍືນຍົງ. ນອກຈາກນີ້, ໄດ້ຕົກລົງກັນວ່າ: ທຸກຂອບການຮ່ວມມືຢູ່ລະດັບພາກພື້ນຕ້ອງເສີມສ້າງ (synergy) ເຊິ່ງກັນ ແລະ ກັນລວມທັງການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນທີ່ດີ ແລະ ຕ້ອງປະກອບສ່ວນເຂົ້າໃນການເຊື່ອມໂຍງອາຊຽນ ກໍ່ຄື ການສ້າງປະຊາຄົມອາຊຽນໃນປີ 2025 ແລະ ຫຼັງປີ 2025.

 

20200909 ASEAN-China

ກອງປະຊຸມລັດຖະມົນ​​ຕີຕ່າງປະເທດອາຊຽນ-ຈີນ

 

ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີໄຊ ກົມມະສິດ ໄດ້ນໍາພາຄະນະຜູເແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ, ເຊິ່ງ ກອງປະຊຸມຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ໄລຍະ 1 ປີຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ. ເກົາຫຼີ ໃນໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າຂອງການສ້າງປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ) ລວມທັງການປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19, ເຊິ່ງ ສປ ຈີນ, ຍີ່ປຸ່ນ, ແລະ ສ.ເກົາຫຼີ ໄດ້ເຫັນດີສະໜັບສະໜູນຂໍ້ລິເລີ່ມ ຂອງອາຊຽນ ໃນການສ້າງຕັ້ງກອງທຶນສຸກເສີນອາຊຽນ ເພື່ອຮັບມືກັບ ໂຄວິດ-19 ແລະ ຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ ແລະ ທັງ 3 ປະເທດກໍ່ໄດ້ປະກອບສ່ວນທຶນຮອນ ຈາກກອງທຶນຮ່ວມມື ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ.ເກົາຫຼີ ເຂົ້າໃນກອງທຶນສຸກເສີນອາຊຽນໂຄວິດ-19 ແລ້ວ.

 

  1. ສໍາລັບທິດທາງໃນຕໍ່ໜ້າ, ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ຂົງເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.
  2. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຄັ້ງນີ້ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ.
  3. ນອກນີ້, ລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນ-ສ.ເກົາຫຼີ ທີ່ຈະມາເຖິງ ໃນເດືອນພະຈິກ ພ້ອມນີ້, ຍັງໄດ້ຮັບຮອງເອົາເອກະສານຜົນຂອງແຕ່ລະກອງປະຊຸມຈໍານວນໜຶ່ງ ໂດຍສະເພາະ ແຜນປະຕິບັດງານ ສະບັບໃໝ່ 2021-2025.
  4. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ແລະ ອາຊຽນ-ສ.ເກົາຫຼີ ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ) ໃນປີ 2021.

 

ໃນຕອນແລງຂອງວັນດຽວ, ທ່ານ ລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມ ກອງປະຊຸມອາຊຽນບວກສາມ (ອາຊຽນບວກຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຈັດຕັງປະຕິບັດການຮ່ວມມື ໄລຍະ1 ປີຜ່ານມາ ໂດຍສະເພາະ ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມ ກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ; ການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.

 

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮ່ວມມືກັນໃນຂະແໜງການສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ ພາຍຫຼັງໂຄວິດ-19 ລວມທັງ ການປຶກສາຫາລື ໃນການເປີດຊ່ອງທາງພິເສດ ໃນການເດີນທາງນຳກັນ; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ ລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອ ພາຍໃຕ້ເຄື່ອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຮ່ວມມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (CMIM). ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກອງປະຊຸມ ໄດ້ພ້ອມກັນກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ທີ່ຈະມີຂຶ້ນໃນ ເດືອນພະຈິກ 2020. ສຸດທ້າຍ, ກອງປະຊຸມຄັ້ງນີິ້ ຍັງໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຈຳນວນໜຶ່ງ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງຕໍ່ໄປຈະຈັດຂຶ້ນ ໃນປີ 2021 ຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

 

ໃນຕອນຄໍ່າຂອງວັນດຽວກັນ, ທ່ານລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັດສ), ເຊິ່ງໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດ ອີເອເອັດສ ໃນເດືອນພະຈິກ 2019 ທີ່ບາງກອກ, ປະເທດໄທ ແລະ ການຈັດຕັ້ງປະຕິບັດ 6 ຂະແໜງການບູລິມະສິດຂອງຂອບການຮ່ວມມືດັ່ງກ່າວ: ພະລັງງານ, ສຶກສາ, ການເງິນ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການຄຸ້ມຄອງໄພທໍາມະຊາດ ແລະ ການເຊື່ອມຈອດ.

 

ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ຮ່ວມມືກັນ ໃນການຈັດຕັ້ງປະຕິບັດ 6 ຂະແໜງການບູລິມະສິດຂອງຂອບການຮ່ວມມື ອີເອເອັດສ ໂດຍສະເພາະການຮ່ວມມືກັນ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂຜົນກະທົບດ້ານເສດຖະກິດ ຫຼັງໂຄວິດ-19 ແນ່ໃສ່ສົງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບາງບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກຢູ່ ລັດຣະຄາຍ (ມຽນມາ), ການຮ່ວມມືກັນໃນການຜັນຂະຫຍາຍເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ອາຊຽນ ແລະ ອື່ນໆ. ນອກນີ້, ກອງປະຊຸມ ຍັງໄດ້ກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັດສ ຄັ້ງຈະມາເຖິງ ໃນເດືອນ ພະຈິກ 2020. ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າ ໃນການຮ່າງ 5 ເອກະສານຜົນກອງປະຊຸມສຸດຍອດ ອີເອເອັດສ ຄັ້ງທີ່ ຈະມາເຖິງ ໃນເດືອນ ພະຈິກ 2020 ເຊັ່ນ: ຖະແຫຼງການຮ່າໂນ່ຍ ວ່າດ້ວຍ ການສະເຫຼີມສະຫຼອງ ຄົບຮອບ 15 ປີ ອີເອເອັດສ, ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ຄວາມຍືນຍົງທາງທະເລ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮັດແໜ້ນຄວາມອາດສາມາດຮ່ວມກັນໃນການປ້ອງກັນ ແລະ ຮັບມືກັບພະຍາດລະບາດ; ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ແມ່ຍິງ; ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ຖະແຫຼງການ ອີເອເອັດສ ວ່າດ້ວຍ ການຮ່ວມມືເພື່ອສົ່ງເສີມການເຕີບໂຕຢ່າງໝັ້ນຄົງຂອງເສດຖະກິດພາກພື້ນ. ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2021 ຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484635
ມື້ນີ້151
ມື້ວານ188
ອາທິດນີ້1073
ເດືອນນີ້3940