ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ, ອາຊຽນ-ອົດສະຕຣາລີ, ອາຊຽນ-ນິວຊີແລນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

 

20200910 ASEAN 1

20200910 ASEAN 2

 

20200910 ASEAN -US

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາ​ຊຽນ-ສະຫະລັດ

 

20200910 ASEAN -Canada

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ

 

       ໃນຕອນເຊົ້າຂອງ ວັນທີ 10 ກັນຍາ 2020, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າ​ຮ່ວມກອງ​ປະ​ຊຸມລະດັບລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດອາຊຽນ ກັບຄູ່ເຈລະຈາອາຊຽນ ເປັນຕົ້ນ: ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາ​ຊຽນ-ສະຫະລັດ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາ​ຊຽນ-ການາດາ.

 

ກອງປະຊຸມຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາ​ຊຽນ-ສະຫະລັດ ໃນໄລຍະ 1 ປີ ທີ່ຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ໃນເດືອນພະຈິກ 2019 ຜ່ານມາ ຢູ່ ໄທ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ກ່ຽວກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ; ແລະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການຮ່ວມມື ອາຊຽນ-ສະຫະລັດ ໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ສໍາລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ອາຊຽນ ແລະ ສະຫະລັດ ຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ເປັນຕົ້ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; ການຫັນໄປສູ່ເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ລວມທັງ ແຜນງານໂຄງການ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ (ມຽນມາ), ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ. ນອກນີ້, ລັດຖະມົນຕີຕ່າງປະເທດອາ​ຊຽນ-ສະຫະລັດ ຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາອາ​ຊຽນ-ສະຫະລັດ ທີ່ຈະມາເຖິງ ໃນເດືອນພະຈິກ 2020. ພິເສດ, ກອງປະຊຸມໄດ້ຮັບຮອງເອົາແຜນປະຕິບັດງານ ອາຊຽນ-ສະຫະລັດ ສະບັບໃໝ່ ສຳລັບປີ 2021-2025 ແລະ ສະແດງຄວາມຊົມເຊີຍ ການລົງນາມສັນຍາຮ່ວມມື ລະຫວ່າງ ອາຊຽນ ແລະ ອົງການຊ່ວຍເຫຼືອສາກົນອາເມລິກາ (USAID).

 

ໃນຕອນເຊົ້າຂອງວັນດຽວກັນ,ທ່ານລັດຖະມົນຕີສະເຫຼີມໄຊກົມມະສິດໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ, ເຊິ່ງກອງປະຊຸມ ໄດ້ສະແດງຄວາມພໍໃຈຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ການາດາ ໃນໄລຍະ 1 ປີຜ່ານມາ ໂດຍກວມເອົາ 3 ເສົາຄໍ້າ ຂອງການສ້າງປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ) ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ ຫຼັງໂຄວິດ-19. ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມເຫັນດີສືບຕໍ່ຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການພັດທະນາແບບຍືນຍົງ, ການສຶກສາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ລວມທັງ ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຮອງເອົາ ແຜນປະຕິບັດງານ ການຮ່ວມມື ອາຊຽນ-ການາດາ ສະບັບໃໝ່ ໄລຍະ 2021-2025. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາ​ຊຽນ-ການາດາ ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ) ໃນປີ 2021.

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ, ເຊິ່ງ ກອງປະຊຸມ ໄດ້ສະແດງຄວາມພໍໃຈຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ ໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍ ແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ ໃນໄລຍະ 1 ປີ ຜ່ານມາ.      ສໍາລັບທິດທາງໃນຕໍ່ໜ້າ, ການຮ່ວມມື ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ ຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ໂຄວິດ-19; ການສຶກສາ ໂດຍສະເພາະ ການສະໜອງທຶນສຶກສາ ໄລຍະສັ້ນ, ໄລຍະຍາວ ແລະ ການຝຶກອົບຮົມພາສາອັງກິດ; ການພັດທະນາແບບຍືນຍົງ; ການຫັນເປັນເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອຈອດອາຊຽນ ຮອດປີ 2025 (MPAC 2025);ການຈັດຕັ້ງປະຕິບັດ ແຜນໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ. ສຸດທ້າຍ, ກອງປະຊຸມໄດ້ພ້ອມກັນກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ ທີ່ຈະມີຂຶ້ນໃນ ເດືອນພະຈິກ 2020. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ນິວຊີແລນ ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ ບຣູໄນ ໃນປີ 2021 (ປະທານອາຊຽນຜູ້ຕໍ່ໄປ).

 

ໃນຕອນຄໍ່າຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມພົບປະກັບຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ຫຼື ໄອຈາ (AICHR) ແບບທາງໄກ, ເຊິ່ງໄດ້ສະແດງຄວາມຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານໄອຈາ ໃນ 1 ປີ ຜ່ານມາ ແລະ ເຫັນດີຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ສົກປີ 2020. ສໍາລັບທິດທາງແຜນການໃນຕໍ່ໜ້າ, ໄດ້ຮັບຮອງເອົາ 2 ເອກະສານ ຄື: ແຜນປະຕິບັດງານໄອຈາ ສະບັບໃໝ່ ໄລຍະ 5 ປີ (2021-2025) ແລະແຜນວຽກ ສົກປີ 2021. ຫຼັງຈາກນັ້ນ, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືລະດັບລັດຖະມົນຕີອາຊຽນ ວ່າດ້ວຍ ການເສີມຂະຫຍາຍບົດບາດຂອງແມ່ຍິງ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ແບບທາງໄກ, ເຊິ່ງກອງປະຊຸມໄດ້ຮັບຊາບ ແລະ ຍິນດີຈະສືບຕໍ່ສົ່ງເສີມບົດບາດຂອງແມ່ຍິງ ເຂົ້າໃນວຽກພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ລວມທັງ ການປະກອບສ່ວນອັນສຳຄັນເຂົ້າໃນວຽກສັນຕິພາບ ແລະ ຄວາມໝັ້ນຄົງ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484460
ມື້ນີ້164
ມື້ວານ273
ອາທິດນີ້898
ເດືອນນີ້3765