ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

FMLaoHungary1

 

FMLaoHungary4 FMLaoHungary3

 

ໃນ​ຕອນ​ເຊົ້າ ​ຂອງ​ວັນ​ທີ 11 ກັນຍາ 2020 ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ ​ແລະ ພົບ​ປະ​ປຶກສາຫາລື​ຢ່າງ​ເປັນ​ທາງ​ການ ກັບ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍໄດ້ຕີ​ລາຄາ​ສູງ ຕໍ່ການ​ພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ​ໃນໄລຍະຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນສາມາດຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດນຳກັນໃນປີ 2019. ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການ​ຮ່ວມມືທີ່ມີໝາກຜົນຕົວຈິງ ໂດຍຜ່ານໂຄງການກູ້ຢືມມີເງື່ອນໄຂບໍ່ມີດອກເບ້ຍ ຈາກລັດຖະບານ ຮົງກາຣີ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໃນຂະແໜງ​ກະສິກຳ, ການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າ, ວຽກງານຍົກລະດັບການຄຸ້ມຄອງພົນລະເມືອງ, ລວມທັງການອອກບັດປະຈໍາຕົວທີ່ທັນສະໄໝ ​ແລະ ອື່ນໆ​. ນອກຈາກນັ້ນ, ສອງຝ່າຍຍັງໄດ້​ປຶກສາ​ຫາລື  ກ່ຽວກັບ ທິດທາງເສີມ​ຂະຫຍາ​ຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄື ໃນດ້ານການ​ສຶກສາ,​​ ການເງິນ ແລະ ສາທາລະນະສຸກ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວເຮົາ ໄດ້ສະແດງຄວາມຮູ້ບຸນຄຸນຂອງລັດຖະບານ ແລະ ປະຊາຊົນລາວ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ຮົງກາຣີ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະ ແມ່ນໂຄງການເງິນກູ້ປອດດອກເບ້ຍ, ການແກ້ໄຂຜົນກະທົບຂອງອຸທົກກະໄພອັນຮ້າຍແຮງ ຢູ່ ສປປ ລາວ ໃນປີທີ່ຜ່ານມາ ກໍ່ຄື ການຕໍ່ຕ້ານໂຄວິດ-19. ພາຍຫລັງສິ້ນສຸດການປຶກສາຫາລື, ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ຮ່ວມລົງນາມໃນເອກະສານການຮ່ວມມື ລະຫວ່າງ ລາວ-ຮົງກາຣີ 2 ສະບັບ ຄື: ການຮ່ວມມື ດ້ານການສຶກສາ ແລະ ສະຖິຕິ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ ຍັງໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພົບປະ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ປອ.ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ​ ເຮັດວຽກກັບພາກສ່ວນຕ່າງໆຂອງລາວ ເພື່ອປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ທີ່ທັງສອງຝ່າຍມີຄວາມສົນໃຈ. ນອກຈາກນັ້ນ, ທ່ານລັດຖະມົນຕີ ກໍ່ຍັງໄດ້ຢ້ຽມຢາມໂຄງການ/ເຂົ້າຮ່ວມພີທີເປີດ ສູນວິໄຈ ແລະ ຜະລິດວັກແຊັງສຳລັບສັດ ຢູ່ ໜອງແຕ່ງ ຊຶ່ງເປັນໂຄງການໜຶ່ງ ທີ່ໄດ້ນຳໃຊ້ເງິນກູ້ຢືມມີເງື່ອນໄຂ ບໍ່ມີດອກເບ້ຍ ໃນໄລຍະ 2 ຈາກລັດຖະບານ ຮົງກາຣີ.

ພ້ອມກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ເຂົ້າຮ່ວມພິທີມອບ-ຮັບອຸປະກອນເຄື່ອງຊ່ວຍຫາຍໃຈ ທີ່ລັດຖະບານ ຮົງກາຣີ ໄດ້ນຳມາມອບເປັນຂອງຂວັນ ໃຫ້ແກ່ລັດຖະບານລາວ ເພື່ອເປັນການປະກອບສ່ວນໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ COVID-19.

ນອກຈາກນັ້ນ, ທ່ານລັດຖະມົນຕີ ກໍ່ຍັງໄດ້ເຂົ້າຮ່ວມພິທີ ເປີດຫ້ອງການຕາງໜ້າສະຖານທູດ ຮົງກາຣີ ທີ່ ບາງກອກ ປະຈຳ ນະຄອນຫລວງວຽງຈັນ, ຊຶ່ງເປັນສັນຍາລັກ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບໃໝ່, ອັນ​ເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ເຂັ້ມແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.

 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483949
ມື້ນີ້73
ມື້ວານ183
ອາທິດນີ້387
ເດືອນນີ້3254