ໃນຕອນເຊົ້າ ຂອງວັນທີ 11 ກັນຍາ 2020 ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືຢ່າງເປັນທາງການ ກັບ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ຈົນສາມາດຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດນຳກັນໃນປີ 2019. ພ້ອມກັນນັ້ນ, ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການຮ່ວມມືທີ່ມີໝາກຜົນຕົວຈິງ ໂດຍຜ່ານໂຄງການກູ້ຢືມມີເງື່ອນໄຂບໍ່ມີດອກເບ້ຍ ຈາກລັດຖະບານ ຮົງກາຣີ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ໃນຂະແໜງກະສິກຳ, ການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າ, ວຽກງານຍົກລະດັບການຄຸ້ມຄອງພົນລະເມືອງ, ລວມທັງການອອກບັດປະຈໍາຕົວທີ່ທັນສະໄໝ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງເສີມຂະຫຍາຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄື ໃນດ້ານການສຶກສາ, ການເງິນ ແລະ ສາທາລະນະສຸກ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວເຮົາ ໄດ້ສະແດງຄວາມຮູ້ບຸນຄຸນຂອງລັດຖະບານ ແລະ ປະຊາຊົນລາວ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ຮົງກາຣີ ໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະ ແມ່ນໂຄງການເງິນກູ້ປອດດອກເບ້ຍ, ການແກ້ໄຂຜົນກະທົບຂອງອຸທົກກະໄພອັນຮ້າຍແຮງ ຢູ່ ສປປ ລາວ ໃນປີທີ່ຜ່ານມາ ກໍ່ຄື ການຕໍ່ຕ້ານໂຄວິດ-19. ພາຍຫລັງສິ້ນສຸດການປຶກສາຫາລື, ຕາງໜ້າຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ຮ່ວມລົງນາມໃນເອກະສານການຮ່ວມມື ລະຫວ່າງ ລາວ-ຮົງກາຣີ 2 ສະບັບ ຄື: ການຮ່ວມມື ດ້ານການສຶກສາ ແລະ ສະຖິຕິ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພົບປະ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ປອ.ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ເຮັດວຽກກັບພາກສ່ວນຕ່າງໆຂອງລາວ ເພື່ອປຶກສາຫາລືທິດທາງການເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ທີ່ທັງສອງຝ່າຍມີຄວາມສົນໃຈ. ນອກຈາກນັ້ນ, ທ່ານລັດຖະມົນຕີ ກໍ່ຍັງໄດ້ຢ້ຽມຢາມໂຄງການ/ເຂົ້າຮ່ວມພີທີເປີດ ສູນວິໄຈ ແລະ ຜະລິດວັກແຊັງສຳລັບສັດ ຢູ່ ໜອງແຕ່ງ ຊຶ່ງເປັນໂຄງການໜຶ່ງ ທີ່ໄດ້ນຳໃຊ້ເງິນກູ້ຢືມມີເງື່ອນໄຂ ບໍ່ມີດອກເບ້ຍ ໃນໄລຍະ 2 ຈາກລັດຖະບານ ຮົງກາຣີ.
ພ້ອມກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ເຂົ້າຮ່ວມພິທີມອບ-ຮັບອຸປະກອນເຄື່ອງຊ່ວຍຫາຍໃຈ ທີ່ລັດຖະບານ ຮົງກາຣີ ໄດ້ນຳມາມອບເປັນຂອງຂວັນ ໃຫ້ແກ່ລັດຖະບານລາວ ເພື່ອເປັນການປະກອບສ່ວນໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ COVID-19.
ນອກຈາກນັ້ນ, ທ່ານລັດຖະມົນຕີ ກໍ່ຍັງໄດ້ເຂົ້າຮ່ວມພິທີ ເປີດຫ້ອງການຕາງໜ້າສະຖານທູດ ຮົງກາຣີ ທີ່ ບາງກອກ ປະຈຳ ນະຄອນຫລວງວຽງຈັນ, ຊຶ່ງເປັນສັນຍາລັກ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບໃໝ່, ອັນເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ເຂັ້ມແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.