ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ (ແບບທາງໄກ)

2020912-27th-ARF1  2020912-27th-ARF2

ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27 (ແບບທາງໄກ)

2020912-Asean-EU1 2020912-Asean-EU2

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ (ແບບທາງໄກ)

 

2020912-Asean-India1 2020912-Asean-India2

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ (ແບບທາງໄກ)

 

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27 ແບບທາງໄກ ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ.

 

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືໃນຂອບເວທີພາກພື້ນອາຊຽນ ໃນ 1 ປີ ຜ່ານມາ, ເຊິ່ງກວມເອົາບັນດາກິດຈະກຳເລັ່ງໃສ່ສືບຕໍ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ລວມທັງການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນກໍຄືປະຊາຄົມອາຊຽນ     ທີ່ເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ. ກອງປະຊຸມ ໄດ້ຮັບຮອງເອົາບັນດາກິດຈະກຳ ສົກປີ 2020-2021, ເຊິ່ງໃນນີ້ ສປປ ລາວ ຈະສືບຕໍ່ເປັນປະທານຮ່ວມກັບ ສປ ຈີນ ແລະ ການາດາ ສຳລັບກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ວ່າດ້ວຍການບັນເທົາທຸກໄພພິບັດ (ARF ISM on DR) ຈົນເຖິງເດືອນ ສິງຫາ ປີ 2022; ເປັນປະທານຮ່ວມກັບ ສປ ຈີນ ແລະ ມາເລເຊຍ ສຳລັບກອງປະຊຸມສຳມະນາ ວ່າດ້ວຍການຊ່ວຍເຫຼືອກູ້ໄພສຸກເສີນໃນຕົວເມືອງ ຄັ້ງທີ 3; ແລະ ຈະເປັນປະທານຮ່ວມກັບ ສປ ຈີນ ສຳລັບ ການຝຶກອົບຮົມເວທີພາກພື້ນອາຊຽນ ວ່າດ້ວຍການຝຶກຊ້ອມ ແລະ ສ້າງຂີດຄວາມສາມາດໃນການຄົ້ນຫາ ແລະ ຊ່ວຍເຫຼືອກູ້ໄພໃນຕົວເມືອງ. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາ 4 ເອກະສານສຳຄັນ ຄື: 1). ແຜນປະຕິບັດງານຮ່າໂນ້ຍເວທີພາກພື້ນອາຊຽນ ໄລຍະ 2 (2020-2025); 2). ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການເສີມຂະຫຍາຍການຮ່ວມມືໃນການສະກັດກັ້ນ ແລະ ຮັບມືຕໍ່ກັບໂລກລະບາດ; 3). ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການສຶກສາອົບຮົມເດັກທີ່ໄດ້ເຂົ້າຮ່ວມ ແລະ ພົວພັນກັບກຸ່ມກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ; 4). ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮ່ວມມືໃນຂະແໜງ ການຄວາມໝັ້ນຄົງ ແລະ ການນຳໃຊ້ໄອຊີທີ ເພື່ອຄວາມໝັ້ນຄົງຂອງສາກົນ (ສປປ ລາວ ເປັນຜູ້ສະໜັບສະໜູນຮ່ວມກັບ      ສປ ຈີນ, ລັດເຊຍ, ປາກິດສະຖານ ແລະ ກໍາປູເຈຍ).    

 

ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ: ການຮັບມືກັບບັນຫາສິ່ງທ້າທາຍທີ່ເກີດຈາກພະຍາດໂຄວິດ-19, ບັນຫາການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ບັນຫາຄວາມໝັ້ນຄົງທາງໄຊເບີ, ບັນຫາຕະເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້, ບັນຫາການປ່ຽນແປງດິນຟ້າອາກາດ, ແລະ ອື່ນໆ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນຄັ້ງຕໍ່ໄປ (ຄັ້ງທີ 28) ຈະຈັດຂຶ້ນໃນປີ 2021 ທີ່ ບຣູໄນ (ປະເທດປະທານອາຊຽນຜູ້ຕໍ່ໄປ).

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ສືບຕໍ່ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ, ເຊິ່ງສະແດງຄວາມເພິ່ງພໍໃຈຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະ 1 ປີ ຜ່ານມາ.ໂດຍສະເພາະ ການຜັນຂະຫຍາຍ ຜົນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ໃນເດືອນ ສິງຫາ 2019 ທີ່ ບາງກອກ, ປະເທດໄທ; ຜົນກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ-ອີຢູ ກ່ຽວກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ 2020 ແບບທາງໄກ; ແລະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການຮ່ວມມື ອາຊຽນ-ອີຢູ   ໄລ​ຍະ 2018-2022, ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະກິດ          ແລະ ວັດທະນະທໍາ-ສັງຄົມ). ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນໃນຂະແໜງສາທາລະນະສຸກ        ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19; ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກ ໂຕຼນິກຮ່ວມກັນໄດ້; ການພັດທະນາແບບຍືນຍົງ; ແລະ ການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ບັນຫາແຫຼມເກົາຫຼີ, ທະເລຈີນໃຕ້, ບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ (ມຽນມາ), ການຈັດຕັ້ງປະຕິບັດເອກະສານແນວຄວາມຄິດອິນໂດ-ປາຊີຟິກ ຂອງອາຊຽນ ແລະ ອື່ນໆ. ນອກນີ້, ລັດຖະມົນຕີຕ່າງປະເທດອາ​ຊຽນ-ອີຢູ ຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາ​ຊຽນ-ອີຢູ ຄັ້ງທີ 23 ທີ່ຈະຈັດຂຶ້ນ ໃນເດືອນທັນວາ 2020 ທີ່ ສິງກະໂປ.

 

ຫຼັງຈາກສໍາເລັດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ແລ້ວ,ທ່ານລັດຖະມົນຕີສະເຫຼີມໄຊກົມມະສິດໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ, ເຊິ່ງກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະ 2016-2020 ໂດຍກວມເອົາ 3 ເສົາຄໍ້າການສ້າງ ປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ). ສໍາລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ອາຊຽນ ແລະ ອິນເດຍ ຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ເປັນຕົ້ນ: ຂະແໜງສາທາລະນະສຸກ             ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ; ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; ການສຶກສາ ໂດຍການສະໜອງທຶນສຶກສາ ໄລຍະສັ້ນ ແລະ ໄລຍະຍາວ ແລະ ການແລກປ່ຽນດ້ານວັດທະນະທໍາ ລວມທັງ ການທ່ອງທ່ຽວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ ໂດຍສະເພາະ ການສືບຕໍ່ກໍ່ສ້າງທາງດ່ວນ ອິນເດຍ-ມຽນມາ-ໄທ ແລະ ຂະຫຍາຍມາ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ; ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ລວມທັງ ການພັດທະນາຕົວເມືອງອັດສະລິຍະ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ຕໍ່ບາງບັນຫາເດັ່ນ ຢູ່ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຈັດຕັ້ງປະຕິບັດ ເອກະສານແນວຄວາມຄິດ ອິນໂດ-ປາຊີຟິກ ອາຊຽນ, ບັນຫາຄວາມຫຍຸ້ງຍາກຢູ່ ມຽນມາ (ລັດຣະຄາຍ) ແລະ ອື່ນໆ. ພິເສດ, ກອງປະຊຸມຄັ້ງນີ້      ໄດ້ຮັບຮອງເອົາ ແຜນປະຕິບັດງານ ການຮ່ວມມື ອາຊຽນ-ອິນເດຍ ສະບັບໃໝ່ ໄລຍະ 2021-2025. ສຸດທ້າຍ, ກອງປະຊຸມ ຍັງໄດ້ກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ຈະຈັດຂຶ້ນ ໃນເດືອນພະຈິກ 2020 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2021 ທີ່ ບຣູໄນ (ປະເທດປະທານອາຊຽນຜູ້ຕໍ່ໄປ).

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480338
ມື້ນີ້168
ມື້ວານ157
ອາທິດນີ້736
ເດືອນນີ້6569