ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມທາງໄກ ສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

 

20200921 LaoPM-UNday75

20200921- LaoPM-Message on UNday75-11

 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານ ເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ ຜ່ານການບັນທຶກວິດີໂອ, ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ ອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ ໂດຍມີເນື້ອໃນລະບຸວ່າ:

ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້. ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດໃຫ້ໂລກນີ້ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ. ຕະຫຼອດໄລຍະ75 ປີ ຜ່ານມາ, ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ.ຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງຊາດ ແລະ ເປັນເຈົ້າຕົນເອງໃນການຕັດສິນຊາຕາກຳຂອງຊາດຕົນ; ການເຈລະຈາ ແລະ ປຶກສາຫາລືບັນຫາໂດຍສັນຕິວິທີໄດ້ກາຍເປັນຫຼັກການ ແລະ ແນວໂນ້ມ ໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ; ການຮ່ວມມືເພື່ອການພັດທະນາ ໄດ້ຮັບການເຊີດຊູອັນໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ບັນຫາການຈຳແນກເຊື້ອຊາດ-ຜິວພັນ, ຄວາມບໍ່ສະເໝີພາບຍິງ-ຊາຍໄດ້ຮັບການແກ້ໄຂເປັນກ້າວໆມາ ອັນເປັນການປະກອບສ່ວນທີ່ສຳຄັນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ.

ເຖິງວ່າ ສະພາບແວດລ້ອມໃນ7 ທົດສະຫວັດກວ່າຜ່ານມາ ຈະແຕກຕ່າງຈາກສະພາບໃນປັດຈຸບັນ, ແຕ່ຂ້າພະເຈົ້າ ເຫັນວ່າ ຈຸດປະສົງເປົ້າໝາຍ ແລະ ຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປັດຈຸບັນ. ສະນັ້ນ, ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງພ້ອມໃຈກັນ ສືບຕໍ່ສົ່ງເສີມຈຸດປະສົງເປົ້າໝາຍຂອງອົງການ ສປຊ ແລະ ຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງ ອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມໃນປັດຈຸບັນ ແນ່ໃສ່ຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆ ຂອງວົງຄະນາຍາດສາກົນ.

ສປປ ລາວ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມກັບບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມ ຂອງບັນດາປະຊາຊາດ ໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ.

ອົງການ ສປຊ ໄດ້ສ້າງຕັ້ງຂື້ນ ໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ພັດທະນາສາຍພົວພັນມິດຕະພາບ ບົນພື້ນຖານຫຼັກການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆ ຂອງສາກົນໃນດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ປັດຈຸບັນອົງການສປຊມີສະມາຊິກທັງໝົດ ຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາເລສຕີນ), ມີສຳນັກງານໃຫ່ຍຕັ້ງຢູ່ ນິວຢອກ ສ. ອາເມລິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ, ຝລັ່ງ, ຈີນ, ລັດເຊຍ, ອາຣັບ ແລະ ແອດສະປາຍໂຍນ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວ ໃນວັນທີ 14 ທັນວາ 1955.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480420
ມື້ນີ້78
ມື້ວານ172
ອາທິດນີ້818
ເດືອນນີ້6651