ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານ ເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ ຜ່ານການບັນທຶກວິດີໂອ, ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ ອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ ໂດຍມີເນື້ອໃນລະບຸວ່າ:
“ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້. ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດໃຫ້ໂລກນີ້ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ. ຕະຫຼອດໄລຍະ75 ປີ ຜ່ານມາ, ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ.ຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງຊາດ ແລະ ເປັນເຈົ້າຕົນເອງໃນການຕັດສິນຊາຕາກຳຂອງຊາດຕົນ; ການເຈລະຈາ ແລະ ປຶກສາຫາລືບັນຫາໂດຍສັນຕິວິທີໄດ້ກາຍເປັນຫຼັກການ ແລະ ແນວໂນ້ມ ໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ; ການຮ່ວມມືເພື່ອການພັດທະນາ ໄດ້ຮັບການເຊີດຊູອັນໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ບັນຫາການຈຳແນກເຊື້ອຊາດ-ຜິວພັນ, ຄວາມບໍ່ສະເໝີພາບຍິງ-ຊາຍໄດ້ຮັບການແກ້ໄຂເປັນກ້າວໆມາ ອັນເປັນການປະກອບສ່ວນທີ່ສຳຄັນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ.
ເຖິງວ່າ ສະພາບແວດລ້ອມໃນ7 ທົດສະຫວັດກວ່າຜ່ານມາ ຈະແຕກຕ່າງຈາກສະພາບໃນປັດຈຸບັນ, ແຕ່ຂ້າພະເຈົ້າ ເຫັນວ່າ ຈຸດປະສົງເປົ້າໝາຍ ແລະ ຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປັດຈຸບັນ. ສະນັ້ນ, ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງພ້ອມໃຈກັນ ສືບຕໍ່ສົ່ງເສີມຈຸດປະສົງເປົ້າໝາຍຂອງອົງການ ສປຊ ແລະ ຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງ ອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມໃນປັດຈຸບັນ ແນ່ໃສ່ຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆ ຂອງວົງຄະນາຍາດສາກົນ.
ສປປ ລາວ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມກັບບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມ ຂອງບັນດາປະຊາຊາດ ໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ.”
ອົງການ ສປຊ ໄດ້ສ້າງຕັ້ງຂື້ນ ໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ພັດທະນາສາຍພົວພັນມິດຕະພາບ ບົນພື້ນຖານຫຼັກການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆ ຂອງສາກົນໃນດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ປັດຈຸບັນອົງການສປຊມີສະມາຊິກທັງໝົດ ຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາເລສຕີນ), ມີສຳນັກງານໃຫ່ຍຕັ້ງຢູ່ ນິວຢອກ ສ. ອາເມລິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ, ຝລັ່ງ, ຈີນ, ລັດເຊຍ, ອາຣັບ ແລະ ແອດສະປາຍໂຍນ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວ ໃນວັນທີ 14 ທັນວາ 1955.