ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ

 

60LaoRussian2-1 60LaoRussian4

60LaoRussian1 60LaoRussian3

 

ໃນຕອນຄໍ່າຂອງວັນທີ 7 ຕຸລາ 2020, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ​ ຣັດເຊຍ ຂຶ້ນຢ່າງເປັນທາງການ, ທີ່ ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໃນນາມຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຽ ກາລີນິນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ຈໍານວນໜຶ່ງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ະລາດີເມຽ ກາລີນິນ ໄດ້ກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ແຫ່ງ​ການພົວພັນ​ຮ່ວມ​ມື​ຕະຫຼອດໄລຍະ 60 ປີຜ່ານ​ມາ ລະຫວ່າງ​ສອງ​ລັດ​ຖະບານ ກໍ່​ຄື​ ພາກເອກະຊົນ ແລະ ປະຊາຊົນ​ສອງ​ຊາດລາວ-ຣັດ​ເຊຍ.ໃນ​ໄລຍະໃໝ່ນີ້ ານພົວພັນຮ່ວມມືລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ; ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນທຸກລະດັບຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ. ພ້ອມດຽວກັນນີ້, ການພົວພັນຮ່ວມມືຂອງສອງປະເທດ ຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານເຊັ່ນ: ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ທະ​ານ, ການສຶກ​ສາ-ວັດທະນະທຳ, ສາທາລະນະສຸກແລະດ້ານອື່ນໆ,ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືທີ່​ມີ​ມາ​ແຕ່​ຍາວ​ນານນັ້ນ ​ມີ​ຄວາມ​ໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

ໂອກາດ​ດຽວ​ກັນນີ້, ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມມຸ້ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື​ອັນດີ​ໃນ​ປັດຈຸບັນ ລະຫວ່າງ​ສອງ​ປະເທດ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ ແລະ ​ພິທີສະເຫລີມສະຫລອງ​ໃນ​ຄັ້ງ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485365
ມື້ນີ້66
ມື້ວານ227
ອາທິດນີ້401
ເດືອນນີ້4670