ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

 

LaoChinese1

LaoChinese2

LaoChinese3

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ຕຸລາ 2020.

ໃນ​​ວັນ​ທີ 14 ຕຸລາ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ໃນໂອກາດນີ້,ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້, ໂດຍຄັ້ງທີ 1 ໄດ້ມີການການພົບປະສອງຝ່າຍ ໃນເດືອນກຸມພາທີ່ຜ່ານມາ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ລວມທັງກອງປະຊຸມສະໄໝພິເສດ ອາຊຽນ-ຈີນ ວ່າດ້ວຍການລະບາດຂອງພະຍາດ ໂຄວິດ-19 ທີ່ ນະຄອນຫຼວງວຽງຈັນ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນແບບຄູ່ຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄື ປະຊາຊົນສອງຊາດ,ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໄດ້ສະເໜີຢູ່ໃນກອງປະຊຸມສາກົນຜ່ານລະບົບທາງໄກ ກ່ຽວກັບ ຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ (Global Initiative on Data Security), ໃນວັນທີ 08 ກັນຍາ 2020 ຜ່ານມາ, ຊຶ່ງເປັນຂໍ້ລິເລີ່ມທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ກັບຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງເຕັກໂນໂລຊີ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ, ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ. ພ້ອມກັນນີ້, ສປປ ລາວ ຍັງໄດ້ສະແດງການສະໜັບສະໜູນຢ່າງເຕັມປ່ຽມ ຕໍ່ເນື້ອໃນບົດປາໄສຂອງ ສະຫາຍ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ກ່າວຜ່ານກອງປະຊຸມທາງໄກ ໃນໂອກາດວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ ໂດຍສະເພາະແມ່ນ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ ຄື: 1.) ການເປັນຄູ່ຮ່ວມຊະຕາກໍາຂອງມວນມະນຸດ; 2.) ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; 3.) ການສົ່ງເສີມການຄ້າຫຼາຍຝ່າຍ; 4.) ແນວຄິດການພັດທະນາແບບໃໝ່; 5.) ການຮ່ວມມືໃນຂອບຫຼາຍຝ່າຍ; ແລະ 6.) ການສະໜັບສະໜູນ ຄວາມເປັນແກນກາງຂອງສະຫະປະຊາຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຕໍ່ການຕີລາຄາການຮ່ວມມືສອງຝ່າຍ ກໍຄື ລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ພາຍໃຕ້ສະຖານະການໃໝ່ຂອງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສະພາບການສາກົນໃນປັດຈຸບັນ ໃນດ້ານຕ່າງໆເຊັ່ນ: ດ້ານການເມືອງຄວາມໝັ້ນຄົງ, ສອງຝ່າຍ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນ ຊຶ່ງກັນ ແລະ ກັນ ຢ່າງເປັນປະຈຳ ເຮັດໃຫ້ຊາຍແດນ ລາວ-ຈີນ ເປັນຊາຍແດນມິດຕະພາບ, ບ້ານໄກ້ເຮືອນຄຽງ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກຳອັນແທ້ຈິງ; ດ້ານເສດຖະກິດ ແລະ ການຄ້າ, ສອງຝ່າຍ ໄດ້ສະແດງການສະໜັບສະໜູນນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ, ຊຶ່ງຈະນໍາຜົນປະໂຫຍດອັນໃຫຍ່ຫຼວງ ມາໃຫ້ແກ່ບັນດາປະເທດຕ່າງໆທີ່ເຂົ້າຮ່ວມ ໂດຍສະເພາະ ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍໄດ້ເຊື່ອມໂຍງ ລະຫວ່າງ ຍຸດທະສາດ ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງ ສປປ ລາວ ເຂົ້າກັບຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ, ໂດຍຖືເອົາການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ, ວັງວຽງ-ຫຼວງພະບາງ, ຫຼວງພະບາງ-ອຸດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານ ເປັນໜຶ່ງໃນການເຊື່ອມໂຍງຍຸດທະສາດ ອັນສຳຄັນຂອງສອງປະເທດ ແລະ ຖືເປັນສອງເສັ້ນທາງທີ່ສຳຄັນ ໃນການປະຕິບັດແລວເສດຖະກິດ ລາວ-ຈີນ, ຈີນ-ລາວ, ຊຶ່ງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7% ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້. ນອກຈາກນີ້, ຍັງມີໂຄງການຮ່ວມມືອື່ນໆທີ່ສຳຄັນ ເຊັ່ນ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ກໍ່ສ້າງສຳເລັດແລ້ວ 60% ແລະ ຄາດວ່າ ຈະສໍາເລັດການກໍ່ສ້າງ ໃນປີ 2021, ໂຄງການແລວທາງເສດຖະກິດ ລາວ-ຈີນ ແລະ ໂຄງການສ້າງສູນກວດພະຍາດ ໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ; ດ້ານການຄ້າ ແລະ ການລົງທຶນ, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໄດ້ມີການຂະຫຍາຍຕົວສູງໃນຊຸມປີຜ່ານມາ, ໃນປີ 2019 ສປ ຈີນ ເປັນປະເທດລົງທຶນອັນດັບ 1 ຢູ່ ສປປ ລາວ ມີຈຳນວນເຖິງ 785 ໂຄງການ, ລວມມູນຄ່າ 12 ຕື້ ໂດລາ ສະຫະລັດ ແລະ ປະເທດຄູ່ຄ້າລາຍໃຫຍ່ ອັນດັບ 2 ຂອງ ສປປ ລາວ, ມີມູນຄ່າການຄ້າ ບັນລຸໄດ້ 3,540 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 17,4%, ມູນຄ່າການນໍາເຂົ້າມີ 1,600 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 29,6% ແລະ ມູນຄ່າສົ່ງອອກມີ 1,940 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງປະຕິບັດຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພະນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນ ລະຫວ່າງສອງປະເທດ, ຊຶ່ງຊ່ອງທາງດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມື ເພື່ອຊ່ວຍຟື້ນຟູເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດໂຄງການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ. ພ້ອມນັ້ນ, ສອງຝ່າຍ ຍັງເຫັນດີໃນດ້ານຫຼັກການ ໃຫ້ເປີດນຳໃຊ້ຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ, ແຂວງຫຼວງນໍ້າທາ ໃຫ້ມີຄວາມວ່ອງໄວຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການສະເໜີແຜນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2021, ພ້ອມທັງປຶກສາຫາລື ກ່ຽວກັບ ການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ກັບມາລະບາດອີກຮອບໃໝ່.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ ພັກ ແລະ ລັດຖະບານ ແຫ່ງ ສປ ຈີນ ຍາດມາໄດ້ ໃນການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ສປ ຈີນ ທີ່ໄດ້ບິແບ່ງການຊ່ວຍເຫຼືອອັນມີຄຸນຄ່າ ໃຫ້ແກ່ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບພະຍາດ ໂຄວິດ-19 ນັບແຕ່ຕົ້ນຈົນເຖິງປັດຈຸບັນ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ ສປປ ລາວ ປະສົບຜົນສຳເລັດຢ່າງສູງ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນປັດຈຸບັນ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ແລະ ມາດຕະການ ທີ່ມີປະສິດທິຜົນສູງ, ສປ ຈີນ ຈະສາມາດຄວບຄຸມພະບາດດັ່ງກ່າວ ໄດ້ຢ່າງສິ້ນເຊີງ ແລະ ປະສົບຜົນສຳເລັດໃນການຜະລິດວັກແຊັງ ອອກມາຮັບໃຊ້ສັງຄົມໃນໄວໆນີ້. ໃນຂະນະດຽວກັນ,ສະຫາຍ ລັດຖະມົນຕີ ຫວັງ ອີ້ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ,ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໃນການມາຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ,ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ທັງລວງກວ້າງ,ລວງເລິກ ແລະ ໃຫ້ມີປະສິດທິຜົນ,ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຈີນ.

ພາຍຫຼັງສຳເລັດການພົບປະສອງຝ່າຍໄດ້ມີການແລກປ່ຽນຈົດໝາຍ ແລກປ່ຽນໂຄງການຊ່ວຍເຫຼືອລ້າ 3 ສະບັບ ຄື: 1.) ໂຄງການຊ່ວຍເຫຼືອລ້າ ກ່ຽວກັບ ອຸປະກອນຕ້ານໄຂ້ເລືອດອອກ; 2.) ໂຄງການພື້ນຖານໂຄງລ່າງ ການພັດທະນາຊົນນະບົດ ໄລຍະ 2; ແລະ 3.) ໂຄງການແລກປ່ຽນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ກ່ຽວກັບ ການຮັບເອົາສິດພິເສດທາງດ້ານພາສີ 0% ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ (GSP 97%).

ໃນໂອກາດຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້,ສະຫາຍ ລັດຖະມົນຕີ ຫວັງ ອີ້ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ ແລະ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480271
ມື້ນີ້101
ມື້ວານ157
ອາທິດນີ້669
ເດືອນນີ້6502