ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ອັງກິດ ຄົບຮອບ 65 ປີ

 20201125-lao-en

     ໃນຕອນຄໍ່າຂອງ ວັນທີ 25 ພະຈິກ 2020 ທີ່ຜ່ານມາ, ໄດ້ມີພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ຂຶ້ນຢ່າງເປັນທາງການ ທີ່ ເຮືອນພັກທ່ານທູດອັງກິດ.

ເປັນກຽດໃນພິທີສໍາຄັນດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ພີຊັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສະຫະຣາຊະອານາຈັກອັງກິດແລະອຽກລັງເໜືອ. ນອກຈາກນັ້ນ, ກໍ່ມີ​ພະນັກງານ​ຂັ້ນ​ສູງ​ຂອງ​ລາວເຮົາ ຈາກ​ກະຊວງ​ຕ່າງໆ​ທີ່​ກ່ຽວຂ້ອງ, ບັນດາ​ທູຕານຸທູດ ປະຈຳ​ລາວ ແລະ ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​ໃນງານສະເຫຼີມສະຫຼອງ ວັນການທູດຄົບຮອບ 65 ປີ ຄັ້ງນີ້, ທັງສອງຝ່າຍ ໄດ້ກ່າວຄຳປາໄສ, ຊຶ່ງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຜົນສຳເລັດຂອງການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດແລະອຽກລັງເໜືອ ນັບແຕ່ວັນສ້າງຕັ້ງສາຍພົວພັນການທູດ ໃນວັນທີ 5 ກັນຍາ 1955 ເປັນຕົ້ນມາ,ເຖິງແມ່ນວ່າສອງປະເທດ ລາວ ແລະ ອັງກິດ ໄດ້ປິດສະຖານທູດຂອງຕົນໃນຊຸມປີ 1980 ເນື່ອງຈາກໃນໄລຍະນັ້ນ ທັງສອງຝ່າຍ ມີຄວາມຫຍຸ້ງຍາກໃນດ້ານຕ່າງໆ ແຕ່ກໍ່ຍັງໄດ້ສືບຕໍ່ ການພົວພັນ ແລະ ແລກປ່ຽນການໄປມາຫາສູ່ກັນຢ່າງຕໍ່ເນື່ອງ.ຕົກມາຮອດປີ 2012, ລັດຖະບານອັງກິດຈຶ່ງໄດ້ເປີດສະຖານທູດຂອງຕົນຢູ່ນະຄອນຫຼວງວຽງຈັນຢ່າງເປັນທາງການຄືນໃໝ່.ຕໍ່ຈາກນັ້ນ, ລັດຖະບານແຫ່ງລາວກໍ່ໄດ້ເປີດສະຖານທູດຂອງຕົນຄືນຢູ່ລອນດອນໃນປີ 2014.

ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອັງກິດ ທີ່​ໄດ້​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ ສ​ປ​ປ ​ລາວ ໃນ​ດ້ານ​ຕ່າງໆ ​ໂດຍ​ສະເພາະໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ສາທາລະນະສຸກແລະການສຶກສາຊຶ່ງ​ເປັນການປະ​ກອບ​ສ່ວນ​​ສໍາຄັນເຂົ້າ​ໃນ​ການ​ພັດທະ​ນາ​ສ​ປ​ປ ລາວ ເພື່ອບັນລຸ​ເປົ້າໝາຍການພັດທະນາແບບຍືນຍົງ ແລະນໍາ​ເອົາສ​ປ​ປ ລາວ ຫຼຸດ​ພົ້ນ​ອອກ​ຈາກ​ ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ສະແດງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວສູ່ລະດັບໃໝ່ໃນຕໍ່ໜ້າ.

ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະຣາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນ ແຕ່ຕົ້ນຕະຫຼອດປາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485461
ມື້ນີ້162
ມື້ວານ227
ອາທິດນີ້497
ເດືອນນີ້4766