ໂດຍປະຕິບັດຕາມຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແລະ ໂດຍຕອບສະໜອງຕາມການເຊື້ອເຊີນຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 7 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ໃນລະຫວ່າງວັນທີ 29-30 ພະຈິກ 2020, ທີ່ ນະຄອນຫຼວງວຽງຈັນ.
ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 7 ໄດ້ຖືກຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ພະຈິກ 2020, ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC, ໂດຍການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງຂອງສອງປະເທດຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປ ດ້ວຍບັນຍາກາດອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໂດຍທັງສອງຝ່າຍໄດ້ທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍ່ຄື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ນອກນີ້, ຍັງໄດ້ແລກປ່ຽນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວເປັນຢ່າງດີໃນໄລຍະຜ່ານມາ. ນອກນີ້, ຍັງໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງສອງຂະແໜງການຕ່າງປະເທດ ທີ່ເປັນຂົວຕໍ່ ລະຫວ່າງການພົວພັນສອງປະເທດ, ເປັນເສນາທິການໃຫ້ຂັ້ນເທິງ ໃນວຽກງານການຕ່າງປະເທດ ແລະ ເປັນຜູ້ຊຸກຍູ້ຕິດຕາມການຮ່ວມມືສອງຝ່າຍ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍ່ຄື ສອງກະຊວງ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ສໍາເລັດການເປັນປະທານອາຊຽນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມທັງ, ໄດ້ສະແດງຄວາມຂອບໃຈຝ່າຍຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ບໍ່ວ່າຈະເປັນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ກໍ່ຄື ໃນໄລຍະເວລາ ສປປ ລາວ ປະສົບກັບເຫດໄພພິບັດທາງທໍາມະຊາດ ໂດຍສະເພາະ ໄດ້ຂອບໃຈຕໍ່ການມອບເຂົ້າສານ ຈໍານວນ 1000 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດ ທີ່ປະສົບກັບອຸທົກກະໄພຮ້າຍແຮງ ໃນກາງເດືອນພະຈິກຜ່ານມາ, ເຖິງວ່າ ສະຫາຍ ຫວຽດນາມເອງ ກໍ່ປະເຊີນໜ້າກັບໄພທຳມະຊາດຮ້າຍແຮງເຊັ່ນກັນ ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ ສປປ ລາວ. ພ້ອມນີ້, ຝ່າຍຫວຽດນາມ ກໍ່ໄດ້ຂອບໃຈຝ່າຍລາວທີ່ໄດ້ສົ່ງຄວາມເຫັນໃຈແກ່ ສສ ຫວຽດນາມ ຕໍ່ເຫດລົມພະຍຸຈໍານວນຫຼາຍລູກ ພັດເຂົ້າພາກາງຂອງຫວຽດນາມ ໃນໄລຍະເດືອນສິງຫາ-ເດືອນພະຈິກ ຜ່ານມານີ້, ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມຢ່າງຫຼວງຫຼາຍ ແລະ ຍັງໄດ້ຂອບໃຈຝ່າຍລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສສ ຫວຽດນາມ ໃນການເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ສົກປີ 2020-2021 ເປັນຢ່າງດີ.
ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ, ສອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮ່ວມກັນລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໄລຍະ 2021-2025 ແທນສະບັບເກົ່າ ທີ່ໄດ້ໝົດອາຍຸລົງໃນປີ 2020 ນີ້ ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງສອງກະຊວງ ໃຫ້ຂະຫຍາຍຕົວ ແລະ ສອດຄ່ອງກັບສະພາບການໃນໄລຍະໃໝ່.
ໃນວັນທີ 30 ພະຈິກ 2020, ສະຫາຍ ຮອງນາຍົກລັດຖະມົນຕີ ຟ້າມ ບິ່ງ ມິງ ໄດ້ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງຂອງລາວ ຄື: ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ຍັງໄດ້ເຮັດວຽກນໍາຄະນະຮັບຜິດຊອບໂຄງການກໍ່ສ້າງຫໍສະພາແຫ່ງຊາດ ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການໃຫ້ສໍາເລັດ ຕາມທີ່ການນໍາສອງປະເທດໄດ້ຕົກລົງໄວ້.