ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ

20201209-acmacs1 20201209-acmacs2

ກອງປະຊຸມສຸດຍອດ ແອັກແມັກ (ACMECS) ຄັ້ງທີ 9

20201209-clmv1 20201209-clmv2

ກອງປະຊຸມສຸດຍອດ CLMV ຄັ້ງທີ 10

 

20201209-clv220201209-clv1

ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ CLV ຄັ້ງທີ 11

 

ໃນຕອນເຊົ້າຂອງ ວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ພາຍໃຕ້ຄຳຂວັນ ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນຜ່ານຮູບແບບວິດີໂອທາງໄກ ໂດຍການເປັນປະທານ ຂອງ ສົມເດັດ ເຕໂຊ ຮຸນ ເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ຊຶ່ງໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ທ່ານ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ຢ່າງພ້ອມພຽງ.

 

ກອງປະຊຸມສຸດຍອດໄດ້ທົບທວນຄວາມຄືບຫນ້າການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມ   ສຸດຍອດ ACMECSຄັ້ງທີ 8ຜ່ານມາກໍ່ຄືການຈັດຕັ້ງປະຕິບັດຖະແຫຼງການບາງກອກ ແລະ ແຜນແມ່ບົດ ACMECS (2019-2023)ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ການກະກຽມສ້າງຕັ້ງຄະນະກຳມະການປະສານງານໃນ 3 ເສົາຄ້ຳພາຍໃຕ້ແຜນແມ່ບົດແອັກແມັກ ແລະ ການລະດົມທຶນຈາກບັນດາຄູ່ຮ່ວມພັດທະນາຊຸດທີ່ຫນຶ່ງຊຶ່ງລວມມີຍີ່ປຸ່ນ, ສ. ເກົາຫຼີ, ສປ.ຈີນ, ອາເມລິກາ, ອິນເດຍ ແລະ ອົດສະຕາລີ ເຂົ້າໃນການຮ່ວມມືແອັກແມັກທີ່ກຳລັງສຸມທຸກກຳລັງແຮງເພື່ອການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງແລະການພັດທະນາສີຂຽວ ແລະ ຍືນຍົງ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວ​ກັບການຮ່ວມມືເພື່ອຟື້ນຟູເສດຖະກິດ-ສັງຄົມຂອງພາກພື້ນໃນໄລຍະແຜ່ລະບາດ ແລະ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍ​ສະ​ເພາະ​ໃນ​ຂະ​ແຫນ່ງ​ການ​ການ​ຄ້າ,ການ​ທ່ອງ​ທ່ຽວ ແລະ ການ​ໄປ​ມາ​ຫາ​ສູ່​ກັນ ແລະ ອື່ນໆ.    ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການພະນົມເປັນ ຂອງ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ ACMECS, ກົນໄກການປະຕິບັດວຽກງານຂອງ ຄະນະກຳມະການປະສານງານ ACMECS ແລະ ບັນດາໂຄງການບູລິມະສິດ ເພື່ອເປັນເອກະສານພື້ນຖານ ໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ACMECS ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ການເປັນປະທານ ACMECS ຂອງ ຣາຊະອານາຈັກ ກໍາປູເຈຍ (2018-2020) ແລະ ໄດ້ມອບຕໍ່ໜ້າທີ່ດັ່ງກ່າວ ໃຫ້ແກ່ ສປປ ລາວໃນໄລຍະ 2 ປີ ຂ້າງໜ້າ, ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມໝາຍໝັ້ນ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ນີ້ ໃຫ້ປະກົດຜົນເປັນຈິງ.

 

ໃນວັນດຽວກັນ, ພາຍຫຼັງສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດ ຂອບການຮ່ວມມື    ກໍາປູເຈຍ-ມຽນມາ-ລາວ-ຫວຽດນາມ (CLMV) ຄັ້ງທີ 10 ພາຍໃຕ້ຄໍາຂວັນ ຍົກສູງປະສິດທິພາບການ     ເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ, ຊຶ່ງໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະ    ຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ) ແລະ ທ່ານ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ຢ່າງພ້ອມພຽງ.

 

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນຫມາກຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ຂອງກອງປະຊຸມ   ສຸດຍອດ CLMV ຄັ້ງທີ 9 ແລະ ແຜນປະຕິບັດງານ CLMV(2019-2020) ໂດຍສະເພາະການຈັດຕັ້ງປະຕິບັດຄຳຫມັ້ນສັນຍາກ່ຽວກັບການຍົກສູງວຽກງານການເຊື່ອມຈອດພາກພື້ນ, ການປັບປຸງຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງ ກໍ່ຄືການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ແລວເສດຖະກິດໃຕ້ ແລະ ເສັ້ນທາງດ່ວນອາຊຽນ, ການປັບປຸງ​​ພື້ນຖານໂຄງບົນ ແລະ ການສ້າງຂີດຄວາມສາມາດຂອງບຸກຄະລາກອນ ເພື່ອເຊື່ອມໂຍງທາງດ້ານເສດຖະກິດທີ່ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ໂຄງການບູລິມະສິດ ຂອງ CLMV     ເພື່ອເປັນເອກະສານພື້ນຖານໃນການກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ຮັບຮອງເອົາ ຂອບວຽກເພື່ອການພັດທະນາປະເທດ CLMV ເພື່ອເປັນແຜນຍຸດທະສາດລວມ ໃນການຊຸກຍູ້ປະເທດ CLMV ໃຫ້ກາຍເປັນສູນກາງທາງດ້ານເສດຖະກິດທີ່ກ້າວໜ້າຂອງໂລກ ແລະ ສາມາດກາຍເປັນປະເທດທີ່ມີລາຍຮັບປານກາງສູງ ຮອດປີ 2030. ໃນໂອກາດນີ້,ບັນດາຜູ້ນຳ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ການເປັນປະທານ CLMV ຂອງ ສປປ ລາວ (2018-2020), ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ການຮ່ວມມືທີ່ດີ ຈາກ ບັນດາປະເທດສະມາຊິກ ຕະຫຼອດໄລຍະ 2 ປີ ຜ່ານມາ ແລະ ໄດ້ມອບຕໍ່ໜ້າທີ່ການເປັນປະທານ CLMV ໃຫ້ແກ່ ມຽນມາ ເພື່ອສືບຕໍ່ປະຕິບັດໜ້າທີ່ອັນ​ມີ​ກຽດ ​ດັ່ງ​ກ່າວ ໃນໄລຍະ 2 ປີ ຂ້າງໜ້າ.

 

ຫຼັງຈາກສໍາເລັດກອງປະຊຸມສຸດຍອດ CLMV ຄັ້ງທີ 10, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ເປັນປະທານ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ຊຶ່ງໄດ້ມີ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ (ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ) ເຂົ້າຮ່ວມ ຢ່າງພ້ອມພຽງ.

 

ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ຊຶ່ງກອງປະຊຸມ ໄດ້ຕີລາຄາວ່າ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ສົ່ງເສີມການເຊື່ອມຈອດກັບພາກພື້ນ ລວມທັງໄດ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພາກລັດຖະສະພາ, ພາກລັດຖະບານ, ພາກເອກະຊົນ, ປະຊາຊົນ ແລະ ຊາວໜຸ່ມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ໂດຍກວມເອົາການຮ່ວມມືຮອບດ້ານ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ, ການລົງທຶນ, ອຸດສາຫະກໍາ, ການເງິນ-ທະນາຄານ, ກະສິກໍາ, ທ່ອງທ່ຽວ, ສາທາລະນະສຸກ, ວັດທະນະທໍາ, ແຮງງານ, ສຶກສາທິການ, ສິ່ງແວດລ້ອມ ແລະ ວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ເພື່ອເປັນເອກະສານພື້ນຖານໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫຼ່ຽມພັດທະນາ CLV ຮອດປີ 2030, ແຜນພັດທະນາທ່ອງທ່ຽວ ສໍາລັບ ເຂດສາມຫລ່ຽມພັດທະນາ CLV ແລະ    ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ຢູ່ເຂດສາມຫລ່ຽມພັດທະນາ CLV ເພື່ອສືບຕໍ່ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາຢາງພາລາ ໃນເຂດສາມຫຼ່ຽມພັດທະນາ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ນໍາຜົນປະໂຫຍດຕົວຈິງ ມາສູ່    ເຂດດັ່ງກ່າວ. ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ CLV ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2022 ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກ ກຳປູເຈຍ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117