ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ສຳລັບໂຄງການຝຶກອົບຮົມນັກການທູດໜຸ່ມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

 

ECsemina1ECsemina2ECsemina3ECsemina6

ECsemina4 ECsemina5

 

ໃນວັນທີ 19 ກຸພາ 2021 ຜ່ານມາ ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຮ່ວມມືພາກພື້ນແລະສາກົນ ຂອງ ສປ ລາວ ຂຶ້ນ ທີ່ ເມືອງໂຂງ, ແຂວງ ຈຳປາສັກ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສົມບູນ ເຮືອງສາ,ຮອງເຈົ້າແຂວງປາສັກ ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຂະແໜງການທີ່ກ່ຽຂ້ອງ ຈາກ ແຂວງ ຈຳປາສັກ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມລວມທັງໝົດ 70 ທ່ານ. ຈຸດປະສົງ ຂອງກອງປະຊຸມ​​ຄັ້ງນີ້ ແມ່ເພື່ອຈັດຕັ້ງຜັນຂະຫຍາຍໂຄງການຝຶກອົບຮົມສຳລັບນັກການທູດໜຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງເປັນໜຶ່ງໃນໂຄງການທີ່ປ ລາວ ໄດ້ຮັບອະນຸມັດຈາກກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນສົກປີ 2019-2020 ຜ່ານມາ. ໂດຍທີ່ປະຊຸມໄດ້ຮັບຟັງການເຜີຍແຜ່ກ່ຽວກັບໝາກຜົນຂອງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປ ລາວ ພາຍໃຕ້ຂອບການຮ່ວມມືອານຸພາພື້ແມ່ນ້ຳຂອງ ກັບຄູ່ຮ່ວມພັດທະນາ ໂດຍໄດ້ລົງເລິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງເຫັນວ່າໄດ້ປະກອບສ່ວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ລາວ ຢ່າງຕັ້ງໜ້າ ທັງທາງກົງ ແລະ ທາງອ້ອມ. ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເງື່ອນໄຂ ແລະ ຂັ້ນຕອນການສະເໜີໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໂຄງການຕົວແບບທີ່ ສປ ລາວ ຈັດຕັ້ງປະຕິບັດ ພາຍໃຕ້ກອງທຶນດັ່ງກ່າວ. ນອກຈາກນັ້ນ, ກໍໄດ້ຮັບຟັງການນຳສະເໜີບົດກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງຜູ້ຕາງໜ້ຈາກບັນດາແຂວງທີ່ເຂົ້າຮ່ວມປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນ​​ເຖິງກາລະໂອກາດ ແລະ ສິ່ງທ້າທາຍໃນການພັດທະນາຢູ່ແຂວງຕ່າງໆ. ໃນຕອນທ້າຍ ກອງປະຊຸມໄດ້ສຸມໃສ່ແລກປ່ຽນຄຳຄິດຄຳເຫັນເພື່ອຊອກຫາກາລະໂອກາດ ໃນການໝູນໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປ ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຂອງທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຍິ່ງໆຂຶ້. ໃນໂອກາດນີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົໜ້າກົມເສດຖະກິດ ໃນນາຄະນະຈັດຕັ້ງກອງປະຊຸມໄດ້ມອບເຄື່ອງອຸປະກອນກິລາ, ປຶ້ມຂຽນ ແລະ ເຄື່ອງຄອມພິວເຕີ (ຈຳນວນ 1 ຊຸດ) ລວມູນຄ່າເຈັດລ້ານກວ່າກີບ ໃຫ້ແກ່ ໂຮງຮຽນມັດຖະຍົມຕົ້ນໂສດ ແລະ ໂຮງຮຽນປະຖົມສົມບູນບ້ານໂສດ, ເມືອງໂຂງ, ແຂວງຈຳປາສັກ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ໂຮງຮຽນທີ່ຂາດເຂີນ ແລະ ຢູ່ຫ່າງໄກສອກຫລີກ.

ນອກຈາກນີ້, ຄະນະຈັດຕັ້ງກອງປະຊຸມ ຍັງມີແຜນຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຝຶກອົບຮົມສຳລັບນັກການທູດໜຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຈະຈັດກອງປະຊຸມເຜີຍແຜ່ໃຫ້ແກ່ບັນດາແຂວງພາກເໜືອ, ພາກກາງ, ບັນດາກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ຈັດອງປະຊຸມສຳມະນາຮ່ວມກັບບັນດາປະເທດສະມາຊິກແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865