ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດໄທ ປະຈໍາ ສປປ ລາວ

2021222-thai1

2021222-thai2

ວັນທີ 22 ກຸມພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ, ໃນໂອກາດມາດໍາລົງຕຳແໜ່ງເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈດສະດາ              ກະຕະເວທິນ ແລະ ໄດ້ສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ. ໃນໂອກາດນີ້ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດໄລຍະ 70 ຜ່ານມາ. ການພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໄກ້ຊິດສະໜິດສະໜົມ ແລະ ມີຫຼາຍກົນໄກການຮ່ວມມືລະຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານການຮ່ວມມືສອງຝ່າຍ ຢ່າງເປັນປົກກະຕິ, ປະຊາຊົນສອງປະເທດມີຄວາມຜູກພັນເຊິ່ງກັນ ແລະ ກັນ, ໂດຍມີການໄປມາຫາສູ່ ຄ້າຂາຍ ແລະ ເຮັດບຸນສິນກິນທານຮ່ວມກັນຢ່າງເປັນປະຈຳ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ທ່ານທູດໄທໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ອອກແຮງນຊຸກຍູ້ໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ໄທ. ພ້ອມນີ້ທ່ານທູດຍັງໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນກຳມະການກົມການເມືອງສູງກາງພັກ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນເດືອນມັງກອນ 2021 ຜ່ານມາ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ເຫດການໄພພິບັດທາງທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ອີກດ້ວຍ.      ໃນຕ້ອນທ້າຍ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານທູດຈົງປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານທູດທີ່ມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484737
ມື້ນີ້48
ມື້ວານ205
ອາທິດນີ້1175
ເດືອນນີ້4042