ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ACD ຄັ້ງທີ 17 ແບບທາງໄກ

 

20210121 17th ACD-1

20210121 17th ACD-2

20210121 17th ACD-3

 

ໃນວັນທີ 21 ມັງກອນ 2021, ທີ່ ກະຊວງການຕ່າງປະເທດ​, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວ​ທີ​ປຶກ​ສາ​ຫາ​ລືຂອບການຮ່ວມມືແຫ່ງອາຊີ (Asia Cooperation Dialogue (ACD)) ຄັ້ງທີ 17 ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ຫົວຂໍ້: ວິຖີຊີວິດໃໝ່ ແລະ ການທ່ອງທ່ຽວທີ່ປອດໄພ ແລະ ມີສຸຂະພາບດີ (The New Normal and Safe and Healthy Tourism). ໂດຍການເປັນປະທານ ຂອງ ທ່ານ Mevlut Cavusoglu​, ລັດຖະມົນຕີຕ່າງປະເທດ ຕວັກກີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກ ACD ແລະ ຜູ້ຕາງໜ້າຈາກ UNESCAP ເຂົ້າຮ່ວມ.

   ກອງປະຊຸມດັ່ງກ່າວ ໄດ້ທົບທວນຄືນ​ການຈັດ​ຕັ້ງ​ປະຕິບັດກິດຈະກຳຕ່າງໆ ຂອງ ACD ໄລຍະ ປີ 2019-2020 ຜ່ານມາ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ວິໄສທັດໃໝ່ ສຳລັບການຮ່ວມມືກັນໃນອະນາຄົດ ກໍຄື ແນວທາງການຮ່ວມມື ACD ເພື່ອແນໃສ່ການຮັດແໜ້ນການຮ່ວມມືແບບຫລາຍຝ່າຍ ພາຍໃນພາກພື້ນອາຊີ ແລະ ການຮ່ວມມື ກັບອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະຕິບັດວິໄສທັດ ACD 2030 ໂດຍສະເພາະ ຂະແໜງການຮ່ວມມືບູລິມະສິດ 6 ເສົາຄຳ້ ຄື: (1) ດ້ານການເຊື່ອມຈອດ; (2) ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; (3) ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; (4) ການພົວພັນດ້ານສະບຽງອາຫານ, ພະລັງງານ, ແລະ ນໍ້າ; (5) ດ້ານການທ່ອງທ່ຽວ ແລະ ວັດທະນະທຳ; ແລະ (6) ການສົ່ງເສີມການພັດທະນາແບບຍືນຍົງ ເພື່ອສົ່ງເສີມການຮ່ວມມື ຂອງ ACD. ພ້ອມນັ້ນ, ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ການຮັບມື ແລະ ຟື້ນຟູ ສະພາບເສດຖະກິດ-ສັງຄົມ ໃນໄລຍະແຜ່ລະບາດ ແລະ ຫລັງການແຜ່ລະບາດຂອງພະຍາດ Covid-19 ເປັນຕົ້ນ ໃນຂະແໜງທ່ອງທ່ຽວ, ບໍລິການ ແລະ MSMEs.

ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ ຖະແຫລງການ ອັງກາລາ (Ankara Declaration) ເພື່ອເປັນທິດທາງການຮ່ວມມື ACD ໃນຕໍ່ໜ້າ ແລະ ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ACD ຄັ້ງທີ 3 ທີ່ມີແຜນຈະຈັດໃນກາງປີ 2021 ໂດຍການເປັນເຈົ້າພາບຂອງ ກາຕ້າ.​

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງ ຄວາມສຳຄັນໃນການວາງມາດຕະການຮັບມື ແລະ ຟື້ນຟູການພັດທະນາເສດຖະກິດ-ສັງຄົມ ພາຍຫລັງການແຜ່ລະບາດພະຍາດ COVID-19 ໂດຍສະເພາະການສົ່ງເສີມການຮ່ວມມືໃນຂະແໜງການທ່ອງທ່ຽວ, ສາທາລະນະສຸກ, ການຄ້າ ແລະ ການບໍລິການ. ພ້ອມນີ້, ຍັງໄດ້ຢຳ້ເຖິງການທົບທວນຄືນການຮ່ວມມື ACD ໃນໄລຍະຜ່ານມາ ເພື່ອກຳນົດຂົງເຂດການຮ່ວມມື ໃນຕໍ່ໜ້າໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນໄລຍະໃໝ່.

ຂອບການຮ່ວມມື ACD ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2002, ສະມາຊິກເອຊີດີ ກໍ່ຕັ້ງໃນເບື່ອງຕົ້ນມີ18 ປະເທດ, ໃນນັ້ນ ລວມມີ ສປປ ລາວ ແລະ ສະມາຊິກ ອາຊຽນອື່ນໆ. ມາເຖິງປະຈຸບັນ ACD ມີສະມາຊິກທັງໝົດ 35 ປະເທດ ຄື: ອັບການິດສະຖານ, ບາເຣນ, ບັງກະລາເທດ, ພູຖານ, ບຣູໄນ, ກຳປູເຈຍ, ສປ ຈີນ, ອິນເດຍ, ອິນໂດເນຍເຊຍ, ອີຣ່ານ, ຍີ່ປຸ່ນ, ກາຊັກສະຖານ, ກູເວດ, ກາສະຖານ, ສ.ເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກລີ, ມຽນມາ, ໂອມານ, ປາກີສະຖານ,   ຟີລິບປິນ, ກາຕາ, ລັດເຊຍ, ຊາອຸດິອາລາເບຍ, ສິງກະໂປ, ສີລັງກາ, ທາຈິກິດສະຖານ, ຕວັກກີ, ໄທ, ສະຫະລັດອາຣັບ ອິມິເຣດ, ອຸສະເບກິດສະຖານ, ສສ ຫວຽດນາມ, ເນປານ, ສ່ວນ ປາເລດສະຕິນ ເຂົ້າ​ເປັນ​ສະ​ມາ​ຊິກ ເອ​ຊີ​ດີ ເປັນປະເທດທີ່ 35, ຊຶ່ງ​ໄດ້​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ACD ຄັ້ງ​ທີ 16 ໃນ​ເດືອນ​ພຶດ​ສະ​ພາ 2019 ທີ່ ໂດ​ຮາ, ກາ​ຕ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480349
ມື້ນີ້7
ມື້ວານ172
ອາທິດນີ້747
ເດືອນນີ້6580