ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ (ແບບທາງໄກ)

 

InformalAseanMeeting1

InformalAseanMeeting3

InformalAseanMeeting2

 

ໃນວັນທີ 2 ມີນາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

 

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງ ເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ. ໃນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານ ວ່າດ້ວຍ ມາດຖານເງື່ອນໄຂການຮັບເຂົ້າເປັນຄູ່ຮ່ວມມືຂອງອາຊຽນໄດ້ສືບຕໍ່ປຶກສາຫາລືຂໍ້ສະເໜີຂອງບັນດາປະເທດທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ລວມທັງຂໍ້ສະເໜີຂອງອັງກິດ ເຂົ້າເປັນຄູ່ເຈລະຈາອາຊຽນ.

ນອກຈາກນີ້, ບັນດາລັດຖະມົນຕີ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.ພິເສດ, ລັດຖະມົນຕີຕ່າງປະເທດມຽນມາ ໄດ້ແຈ້ງໃຫ້ກອງປະຊຸມຮັບຊາບ ກ່ຽວກັບສະພາບການພາຍໃນຂອງມຽນມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485478
ມື້ນີ້179
ມື້ວານ227
ອາທິດນີ້514
ເດືອນນີ້4783