ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງ ຊຽງຂວາງ ແລະ ຫົວພັນ

2021317-xienkhaun-hauphan1

2021317-xienkhaun-hauphan2

ທີ່ ແຂວງຊຽງຂວາງ

 

2021317-xienkhaun-hauphan3

2021317-xienkhaun-hauphan4

2021317-xienkhaun-hauphan5

ທີ່ ແຂວງຫົວພັນ

ໃນລະຫວ່າງວັນທີ 17-19 ມີນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ແຂວງ ຊຽງຂວາງ ແລະ ແຂວງຫົວພັນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນພາກພື້ນ, ສາກົນ, ວຽກງານຊາຍແດນ ແລະວຽກງານຂະແໜງການຕ່າງປະເທດ ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ອ້ອມຂ້າງແຂວງ ເຂົ້າຮ່ວມ, ທ່ານໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ, ທີ່ເກີດຂື້ນໃນປັດຈຸບັນຢູ່ພາກພື້ນ ແລະສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ແຜ່ລະບາດ ແລະຂະຫຍາຍຫຼາຍໃນທົ່ວໂລກ, ພ້ອມກັນນີ້ກໍໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານຊາຍແດນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະຜົນການສໍາຫຼວດ ແລະປັກຫຼັກໝາຍຊາຍແດນ ຊຶ່ງມາເຖິງປັດຈຸບັນແມ່ນໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ. ຫວຽດນາມ, ສປ.ຈີນ ແລະ ສສ. ມຽນມາ. ຊຶ່ງຜົນສໍາເລັດດັ່ງກ່າວໄດ້ຖືກຮັບຮອງໂດຍສົນທີສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.   ສຳລັບຊາຍແດນກັບ ຣາຊາອານາຈັກກໍາປູເຈຍ ມາເຖິງປະຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງຮ່ວມກັນແລ້ວ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ, ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 121 ຫຼັກໝາຍ ແລະຍັງມີຈຸດຄົງຄ້າງຈໍານວນໜຶ່ງທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສຳລັບຊາຍແດນ ກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະປັກຫຼັກໝາຍຊາຍແດນສໍາເລັດຈໍານວນ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ແລະ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ. ສໍາລັບຊາຍ ແດນລາວ-ໄທ ທາງນໍ້າຂອງ ແມ່ນຍັງຢູ່ໃນຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ເຊິ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລື ເພື່ອປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມພິທີເປີດເຂດອະນຸສອນສະຖານ ທ່ານ ພູນ ສີປະເສີດ (ຖໍ້າຕໍ່ສູ້ການເມືອງ/ຫ້ອງການພົວພັນການຕ່າງປະເທດ) ທີ່ ເມືອງວຽງໄຊ ແຂວງຫົວພັນ ອີກດ້ວຍ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621