ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ເຂົ້າຢ້ຽມອຳລາ

20210324 Lao FM-Phillipines-1

20210324 Lao FM-Phillipines-3

ໃນວັນທີ 24 ມີນາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ເບລີນດາ ມາເຣຍໂນ ແອນເຕ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ .ຟິລິບປິນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ເບລີນດາ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 5 ປີ 9 ເດືອນ, ເຊິ່ງເຫັນໄດ້ຈາກການປະກອບສ່ວນເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ຟິລິບປິນ ໃນໄລຍະຜ່ານມາ ກໍຄື ການສົ່ງເສີມການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ແຮງງານ ແລະ ດ້ານຕ່າງໆ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.

ນອກຈາກນັ້ນ, ທ່ານ ນາງ ເບລີນດາ ຍັງມີຜົນງານຊຸກຍູ້ການຢ້ຽມຢາມການນຳຂອງສອງປະເທດ, ນໍາພາບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄປທັດສະນະສຶກສາຢູ່ 2 ແຂວງພາກ ເໜືອຂອງລາວຄື: ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ໃນຖານະເປັນທູດອາວຸໂສ. ນອກຈາກນີ້, ຍັງໄດ້ໃຫ້ການຊ່ວຍເຫຼືອ ໃນການສົ່ງຄະນະແພດຟິລິບປິນ ມາຊ່ວຍເຫຼືອ ໃນການບໍລິການຜ່າຕັດປາກແຫ່ວງເພດານໂວ່ ໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວ, ຊ່ວຍເຫຼືອອຸປະກອນການແພດ ແລະ ຊ່ວຍເຫຼຶອຝຶກອົບຮົມໃຫ້ແກ່ແພດພະຍາບານ ທີ່ໂຮງໝໍ 103 ໃນປີ 2018 ແລະ ວຽກງານອື່ນໆ.

ພ້ອມດຽວກັນນີ້, ທ່ານ ນາງ ເບລິນດາ ກໍ່ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຂອງຕົນ ມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ສປປ ລາວ ແລະ ສ. ຟິລິບປິນ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485414
ມື້ນີ້115
ມື້ວານ227
ອາທິດນີ້450
ເດືອນນີ້4719