ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ກ່າວຄຳປາໄສໃນພິທີເປີດກອງປະຊຸມປຶກສາຫາລືໂບອາວ

 2021420-po-auch-1

ໃນວັນທີ 20 ເມສາ 2021, ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ, ສປ ຈີນ ພາຍໃຕ້ຫົວຂໍ້:ທ່າມກາງການປ່ຽນແປງຂອງໂລກ: ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ. ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 29 ປະເທດທົ່ວທະວີບອາຊີ ຜ່ານລະບົບອອນລາຍ. ກອງປະຊຸມໃນຄັ້ງນີ້ໄດ້ເຊື້ອເຊີນພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມຢ່າງເປັນທາງການ ຜ່ານລະບົບອອນລາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແລະ ແນໃສ່ປຶກສາຫາລືກ່ຽວກັບແຜນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກ ເຊິ່ງໃນນັ້ນ ພາກພື້ນ ອາຊີ-ປາຊີຟິກກໍ່ແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ. ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການຊ່ວງຊິງຜົນປະໂຫຍດຂອງປະເທດມະຫາອຳນາດ, ຜົນກະທົບດ້ານເສດຖະກິດ, ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ.

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ. ດັ່ງນັ້ນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານ ຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480245
ມື້ນີ້75
ມື້ວານ157
ອາທິດນີ້643
ເດືອນນີ້6476