ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ

 

ASEANmyanmar1 ASEANmyanmar2

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24ເມສາ 2021, ທີ່ ສໍານັກງານກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ໃນຖານະປະທານໝູນວຽນອາຊຽນ ປີ 2021, ພາຍໃຕ້ຄໍາຂວັນ: ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ. ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ບັນດາຜູ້ນໍາອາຊຽນ ໄດ້ມີໂອກາດພົບປະກັນແບບເຊິ່ງໜ້າ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ.

ໃນກອງປະຊຸມ ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສືບຕໍ່ສະກັດກັ້ນ, ຄວບຄຸມແລະ ແກ້ໄຂຜົນກະທົບດ້ານທາງດ້ານສຸຂະພາບ ແລະ ການພັດທະ ນາເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໄດ້ຮັບຊາບຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນ 2025; ການສ້າງຕັ້ງສູນສາທາລະນະສຸກເສີນ ແລະ ພະຍາດລະບາດອາຊຽນຮ່ວມມືກັບຍີ່ປຸ່ນ;ການຈັດຊື້ຢາວັກແຊັງ ໂດຍນໍາໃຊ້ກອງທຶນຕອບໂຕ້ພະຍາດໂຄວິດ-19 ອາຊຽນ; ການຈັດຕັ້ງປະຕິບັດແຜນງານໂຄງການພາຍໃຕ້ແຜນຟື້ນຟູຮອບດ້ານອາຊຽນ;ການຮ່າງຂອບຂໍ້ຕົກລົງ ວ່າດ້ວຍການສ້າງແລວການເດີນທາງພິເສດອາຊຽນ; ແລະ ອື່ນໆ.

ນອກຈາກນີ້, ຜູ້ນໍາອາຊຽນ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນບົດບາດຄວາມເປັນແກນກາງ ແລະ ບົດບາດຄວາມເປັນຜູ້ນໍາພາ ກໍຄືຫຼັກການຄວາມເປັນເອກະສັນຂອງອາຊຽນ, ອັນໄດ້ເຮັດໃຫ້ບັນດາປະເທດນອກພາກພື້ນ ສະແດງຄວາມສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເພີ່ມຂຶ້ນ; ພິເສດ, ແມ່ນການສະເໜີຂໍເຂົ້າເປັນຄູ່ເຈລະຈາອາຊຽນຂອງອັງກິດ, ເຊິ່ງທັງໝົດນີ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຄຽງຄູ່ກັນນີ້, ຜູ້ນໍາອາຊຽນຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການຮັບປະກັນການເຂົ້າເຖິງ ແລະ ການສະໜອງຢາວັກແຊັງຕ້ານໂຄວິດຜ່ານໂຄງການຮ່ວມມືຢາວັກແຊັງຫຼາຍຝ່າຍ ຫຼື ໂຄແວັກ (COVAX). ບັນດາຜູ້ນໍາອາຊຽນ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະສາກົນທີ່ມີຄວາມສົນໃຈຮ່ວມກັນ ລວມທັງສະພາບການຢູ່ມຽນມາ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄໍາເຫັນຕໍ່ທີ່ປະຊຸມ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງອາຊຽນ ໃນໄລຍະຜ່ານມາ, ພ້ອມທັງຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງອາຊຽນ ສືບຕໍ່ເລັ່ງລັດການຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ໃຫ້ເປັນຮູບປະທໍາ; ການສ້າງຊ່ອງທາງເດີນພິເສດອາຊຽນ; ການຫັນເປັນເສດຖະກິດດີຈິຕອນ, ໂດຍສະເພາະສະໜັບສະໜູນຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ສາມາດດໍາເນີນທຸລະກິດທາງເອເລັກໂຕນິກ; ການເຊື່ອມຈອດອາຊຽນ;ການຮັດແຄບຄວາມແຕກໂຕນພາຍໃນອາຊຽນ;ການພັດທະນາຊັບພະຍາກອນມະນຸດ;ແລະ ການພັດທະນາແບບຍືນຍົງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485460
ມື້ນີ້161
ມື້ວານ227
ອາທິດນີ້496
ເດືອນນີ້4765