ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິເສດ (ແບບທາງໄກ)

 

20210714 ASEAN-US-1

20210714 ASEAN-US-2

20210714 ASEAN-US-3

 

ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ແລະ ທັງເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ສະໄໝພິເສດ ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ກັບ ທ່ານ ແອນໂທນີ ບລິງເກນ (Antony Blinken), ລັດຖະມົນຕີກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສະຫະລັດ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19. ໃນນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ສຳລັບ ສປປ ລາວ ກໍໄດ້ແຈ້ງສະພາບການ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ກໍຄືບົດຮຽນ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນ: ການນໍາໃຊ້ມາດຕະການປິດເມືອງ (Lockdown) ແລະ ຂະບວນການສັກຢາວັກແຊງຕ້ານໂຄວິດ-19 ໃຫ້ແກ່ປະຊາຊົນ.

ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ສະຫະລັດ ໄລຍະປີ 2021-2025. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ເຊັ່ນ: ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດ ພະຍາດໂຄວິດ-19 ດ້ວຍການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນທີ່ດີນຳກັນ ລວມທັງ ການຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ການຜະລິດຮ່ວມກັນຢາປົວພະຍາດ ກໍ່ຄືຢາວັກແຊັງຕ້ານໂຄວິດ-19; ການສະໜອງ ແລະ ການເຂົ້າເຖິງຢາວັກແຊັງຕ້ານໂຄວິດ-19 ຢ່າງເທົ່າທຽມກັນ ຜ່ານໂຄງການຢາວັກແຊັງສາກົນຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຟື້ນຟູຮອບດ້ານເສດຖະກິດ ຫຼັງການແຜ່ລະບາດ ໂຄວິດ-19 ສິ້ນສຸດລົງ; ການຫັນເປັນເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ ໂດຍສະເພາະການສະໜັບສະໜູນເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ; ການເຊື່ອມຈອດອາຊຽນ; ການພັດທະນາຊັບພະຍາກອນມະນຸດ; ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ.

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ກໍ່ຄືການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ (PMC+U.S.) ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 9 (9th ASEAN-U.S. Summit) ທີ່ຈະຈັດຂຶ້ນ ໃນເດືອນຕຸລາ 2021.

-------------------------------------

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485414
ມື້ນີ້115
ມື້ວານ227
ອາທິດນີ້450
ເດືອນນີ້4719