ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2021 ແລະ ນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ

20200716

2020071612

202007161

 

 

ໃນວັນທີ 15 ກໍລະກົດ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງ (High-Level Political Forum), ເຊິ່ງຈັດຂື້ນແບບທາງໄກ (Virtual) ໃນລະຫວ່າງວັນທີ 13-15 ກໍລະກົດ 2021, ໂດຍມີບັນດາປະເທດສະມາຊິກ ອົງການ ສປຊ ເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂື້ນພາຍໃຕ້ຫົວຂໍ້: ການຟື້ນຟູຢ່າງຍືນຍົງ ແລະ ທົນທານຈາກຜົນກະທົບຂອງການແຜ່ລະບາດຂອງ ໂຄວິດ-19 ເພື່ອສົ່ງເສີມການພັດທະນາແບບຍືນຍົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ: ການສ້າງແລວທາງທີ່ກວມລວມ ແລະ ມີປະສິດທິພາບເພື່ອການບັນລຸວາລະ 2030 ໃນທົດສະວັດການຈັດຕັ້ງປະຕິບັດ ແລະ ການຂັບເຄື່ອນເພື່ອການພັດທະນາແບບຍືນຍົງ (Sustainable and resilient recovery from the Covid-19 pandemic that promotes the economic, social and environmental dimensions of sustainable development: building an inclusive and effective path for the achievement of the 2030 Agenda in the context of the decade of action and delivery for sustainable development).

 

ກອງປະຊຸມໄດ້ມີການຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ໂດຍສະເພາະໃນສະພາບການທີ່ຫຼາຍປະເທດໃນທົ່ວໂລກກໍາລັງຮັບມື, ຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງໃນປີນີ້ ກອງປະຊຸມແມ່ນໄດ້ລົງເລີກ 9 ເປົ້າໝາຍ ປພຍ ຄື ປພຍ 1: ລຶບລ້າງຄວາມທຸກຍາກ; ປພຍ 2: ລຶບລ້າງໄພອຶດຫິວ; ປພຍ 3: ມີສຸຂະພາບ ແລະ ການເປັນຢູ່ທີ່ດີ; ປພຍ 8: ມີວຽກເຮັດງານທໍາທີ່ມີກຽດ ແລະ ມີເສດຖະກິດຂະຫຍາຍຕົວ; ປພຍ 10: ຫຼຸດຜ່ອນຄວາມບໍ່ສະເໝີພາບ; ປພຍ 12: ສົ່ງເສີມການອຸປະໂພກບໍລິໂພກ ແລະ ການ ຜະລິດຢ່າງມີຄວາມຮັບຜິດຊອບ; ປພຍ 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ; ປພຍ 16: ມີສັນຕິພາບ, ຄວາມຍຸຕິທໍາ ແລະ ສະຖາບັນທີ່ເຂັ້ມແຂງ ແລະ ປພຍ 17: ເປັນຄູ່ຮ່ວມມືເພື່ອເປົ້າ ໝາຍການພັດທະນາແບບຍືນຍົງ.

 

ໃນໂອກາດດັ່ງກ່າວ,​ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕິກະຊວງການຕ່າງປະເທດ ໄດ້ກ່າວຄໍາເຫັນໃນພາກອະພິປາຍທົ່ວໄປ (General Debate) ຂອງກອງປະຊຸມປີນີ້ ໂດຍໄດ້ເນັ້ນໜັກເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການຈັດຕັ້ງປະຕິບັດວາລະ 2030 ກໍຄືບັນດາເປົ້າໝາຍການພັດທະນາແບບຍືນຍົງແຕ່ລະເປົ້າໝາຍ ແລະ ການພັດທະນາເສດຖະກິດ-ສັງຄົມໂດຍລວມ,​ ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຍົກລະດັບການຮ່ວມມືຢ່າງຮອບດ້ານ ແລະ ສະໜອງການຊ່ວຍເຫຼືອດ້ານຕ່າງໆ ກໍຄືການເຂົ້າເຖິງວັກແຊງຢ່າງທົ່ວເຖິງ, ໂດຍສະເພາະການຊ່ວຍເຫຼືອບັນດາປະເທດທີ່ມີຄວາມບອບບາງ ແລະ ດ້ອຍພັດທະນາ ເພື່ອຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດແຜນພັດທນາເສດຖະກິດ-ສັງຄົມແຫ່ງຊາດເພື່ອບັນລຸ ປພຍ ພາຍໃນປີ 2030 ແລະ ພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.

 

ພ້ອມກັນນັ້ນ, ກອງປະຊຸມໃນປີນີ້ຍັງມີການນໍາສະເໜີ ບົດລາຍງານແຫ່ງຊາດແບບສະໝັກໃຈ (Voluntary National Review-VNR) ຂອງບັນດາປະເທດສະມາຊິກ, ຊຶ່ງປີນີ້ມີທັງໝົດ 43 ປະເທດ ທີ່ໄດ້ນໍາສະເໜີບົດລາຍງານດັ່ງກ່າວ ໃນນັ້ນປະເທດທີ່ຈະລາຍງານເປັນຄັ້ງທີ 2 ມີ 25 ປະເທດ (ລວມທັງ ສປປ ລາວ). ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ, ໂດຍໄດ້ເນັ້ນໜັກເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ແລະ ປພຍ, ສປປ ລາວ ໄດ້ຮັບຜົນສໍາເລັດທີ່ສຳຄັນໃນຫຼາຍດ້ານ, ເປັນຕົ້ນແມ່ນ ສາມາດສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ ແລະ ມາດຖານຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າໄດ້ຮັບການປັບປຸງດີຂື້ນ. ພວກເຮົາສາມາດຫຼຸດອັນຕາຄວາມທຸກຍາກຈາກ 46% ໃນປີ 1992 ລົງມາເປັນ 18% ໃນປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນນີ້ ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນປີ ​2020 ຢູ່ໃນລະດັບຕໍ່າທີ່ສຸດ, ມັນຮຽກຮ້ອງໃຫ້ພວກເຮົາ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ແລະ ພ້ອມກັນຕັດສິນໃຈຢ່າງກ້າຫານ ແລະ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດນຳກັນ. ພ້ອມກັນນັ້ນ, ສປປ ລາວ ຈະສືບຕໍ່ພັດທະນາເສດຖະກິດ ຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງ ແລະ ສີຂຽວ, ຄຽງຄູ່ກັບການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ກໍ່ຄື ການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ແກ່ການນຳເອົາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດໃນທ່າມກາງຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

 

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນກົນໄກໜຶ່ງຂອງການລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນແຕ່ລະໄລຍະ. ບົດລາຍງານສະບັບທີ 2 ຂອງ ສປປ ລາວ ແມ່ນຜົນງານການປະກອບສ່ວນດ້ານຂໍ້ມູນຈາກບັນດາຈຸດປະສານງານຂອງກະຊວງ ແລະ ອົງການລັດທຽບເທົ່າຂັ້ນສູນກາງ ພາຍໃຕ້ການນໍາພາ ແລະ ການປະສານງານຂອງ ກອງເລຂາ ປພຍ ແຫ່ງຊາດ, ຊຶ່ງເນື້ອໃນແມ່ນເນັ້ນໜັກເຖິງການວິເຄາະ ແລະ ວິໄຈ ຄວາມຄືບໜ້າອັນພົ້ນເດັ່ນ ແລະ ສິ່ງທ້າທາຍອັນສໍາຄັນໃນແຕ່ລະຂົງເຂດວຽກງານ, ລວມເຖິງ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ. ສະເພາະດ້ານເນື້ອໃນຂອງບົດລາຍງານແມ່ນໄດ້ນໍາເອົາຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງການເຊື່ອມສານ ປພຍ ເຂົ້າໃນແຜນງານ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ໄດ້ລົງເລິກການລາຍງານ 9 ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງ ສປປ ລາວ ຄື: ປພຍ 1 ລຶບລ້າງຄວາມທຸກຍາກ, ປພຍ 2 ລຶບລ້າງຄວາມອຶດຫິວ, ປພຍ 3 ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4 ມີການສຶກສາທີ່ມີຄຸນນະພາບ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8 ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 13 ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17 ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ. ສປປ ລາວ ມີແຜນຈະນໍາສະເໜີ ແລະ ສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບຕໍ່ໄປ ໃນປີ 2024, 2027 ແລະ 2030.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484690
ມື້ນີ້1
ມື້ວານ205
ອາທິດນີ້1128
ເດືອນນີ້3995