ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ກົດລະບຽບຂອງ ພັກ ປປ ລາວ ສະໄໝທີ XI ແລະ ວັນສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 100 ປີ

 

XI1 XI2

 

ໃນຕອນເຊົ້າຂອງ ວັນທີ 22 ກໍລະກົດ2021 ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປາຖະກະຖາເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງການຕ່າງປະເທດ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ວັນສ້າງຕັ້ງ ພັກຄອມມູນິດຈີນ ຄົບຮອບ 100 ປີ ຂຶ້ນໂດຍການໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນກະຊວງການຕ່າງປະເທດ, ເຊີ່ງມີບັນດາຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ທີ່ເປັນພະນັກງານຫລັກແຫລ່ງ ຂອງກະຊວງການຕ່າງປະເທດເຂົ້າຮ່ວມ ຫລາຍກວ່າ 280 ສະຫາຍ.

ໃນພິທີດັ່ງກ່າວ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍສະມາຊິກພັກ ເອົາໃຈໃສ່ດ້ານວຽກງານວຽກການເມືອງ-ແນວຄິດ ໂດຍສະເພາະຢູ່ໃນສະພາບຂອງການລະບາດຂອງພະຍາດ ໂຄວິດ-19 ເພື່ອໃຫ້ສະມາຊິກພັກ ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ພ້ອມກັນຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IVຂອງອົງຄະນະພັກ ກະຊວງການຕ່າງປະເທດ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຕົນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງດ້ວຍຫຼາຍ ຮູບຫຼາຍສີ ແລະ ຫຼາຍວິທີການ ເພື່ອບຸກທະລຸດ້ານຈິນຕະນາການ, ພ້ອມທັງເອົາໃຈໃສ່ສືບຕໍ່ປັບປຸງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ, ກໍ່ສ້າງສະ ມາຊິກພັກຢ່າງມີປະສິດທິພາບ ແລະ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອແນໃສ່ເພີ່ມທະວີບົດບາດ, ຄວາມສາມາດນຳພາຢ່າງຮອບດ້ານຂອງອົງຄະນະພັກກະຊວງການຕ່າງ ປະເທດ ແລະ ເປັນເຈົ້າການໃນການປະຕິບັດກົດລະບຽບຂອງພັກ ໂດຍສະເພາະແມ່ນໄດ້ ເນັ້ນຢໍ້າເຖິງຄວາມເປັນເຈົ້າການຂອງບັນດາສະຫາຍຄະນະພັກກະຊວງ, ສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ໃນການຄົ້ນຄວ້າຢ່າງ ເລີກເຊິ່ງເນື້ອໃນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເພື່ອມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກະຊວງ ແລະ ກຳໄດ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີXI ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວພັກ.

ສຳລັບການສະເຫລີມສະຫລອງຄົບຮອບ 100 ປີ ຂອງພັກກອມມູນິດຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງພັກຄອມມູນິດຈີນ, ຊຶ່ງຕະຫຼອດ ໄລຍະ ເວລາໜຶ່ງສັດຕະວັດ ທີ່ຜ່ານມາ, ພັກກອມມຸຍນິດຈີນ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມຮັບຜິດຊອບການເມືອງຕໍ່ພາລະກຳປະຫັວດສາດຂອງຊາດ, ເດັດດ່ຽວໜຽວແໜ້ນໃນການນຳພາການປະຕິວັດຊາດ ປະຊາທິປະຕິໄຕ ແລະ ຍຶດໜັ້ນ​​ອຸດົມການສັງຄົມນິຍົມ ​​ເຊີ່ງໄດ້ນຳພາເຮັດສຳເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປານາ ສາທາລະນະລັດປະຊາຊົນຈີນ ຢ່າງສະງ່າຜ່າເຜີຍໃນປີ 1949 ອັນເປັນການໄຂສັງກາດໃໝ່ ແຫ່ງການສ້າງສາພັດທະນາປະເທດຊາດ. ພັກກອມມຸຍນິດຈີນ ໄດ້ສືບຕໍ່ນຳພາປະເທດຊາດຢ່າງກ້າວຂື້ນຢ່າງ​​ແຂງແຮງ ດ້ວຍການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງກ້າຫານ, ສ້າງການຫັນປ່ຽນອັນໃຫຍ່ຫລວງໃຫ້ແກ່ການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ ຂອງ ສາທາລະນະລັດ ປະຊາຊົນຈີນ ເຮັດໃຫ້ປະຊາຊົນຈີນຫລາຍຮ້ອຍລ້ານຄົນ ຫລຸດພົ້ນອອກຈາກຄວາມທຸກຍາກ ອັນໄດ້ສ້າງຖ່ວງທ່າໃໝ່ ແລະ ເປັນພື້ນຖານໜັກແໜ້ນ ເຂັ້ມແຂງ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484529
ມື້ນີ້45
ມື້ວານ188
ອາທິດນີ້967
ເດືອນນີ້3834