ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 11

2021721-mk-1

2021721-mk-2

2021721-mk-3

      ໃນວັນທີ 21 ກໍລະກົດ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ພະ​ນະທ່ານ ປ​ຣາກ ໂຊ​ຄົນ ( Prak SOKHONN ), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ພະ​ນະທ່ານ ດ​ຣ.ສຸບ​ຣາ​ມານ​ຢຳ ໃຈ​ຊັງ​​ເກີ (Dr. Subrahmanyam JAISHANKAR), ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງເຫັນວ່າ ການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກເວົ້າລວມ, ເວົ້າສະເພາະກໍຄືຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍ່ຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານປີ 2019-2022 ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ   ຄົງຄາ ພາຍໃຕ້ 7 ຂົງເຂດຂອງການຮ່ວມມືຄື: ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຢາພື້ນເມືອງ, ກະສິກໍາ ແລະ ຂະແໜງກ່ຽວຂ້ອງ, ການຄົມມະນາຄົມ ແລະ ຂົນສົ່ງ, ການຄຸ້ມຄອງຊັບພະຍາກອນແຫລ່ງນໍ້າ ແລະ ຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. ບັນດາຂົງເຂດຂອງການຮ່ວມມືເຫລົ່ານີ້ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານບັນດາໂຄງການເຫັນຜົນໄວ ຢູ່ບັນດາປະເທດສະມາຊິກ ທີ່ ອິນເດຍ ໃຫ້ການສະໜັບສະໜູນທາງດ້ານການເງິນ ເຊິ່ງໃນນັ້ນ, ໄດ້ມີໂຄງການທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ລວມທັງໝົດ 7 ໂຄງການ ໃນຂົງເຂດກະສິກໍາ, ສຶກສາ ແລະ ສາທາລະນະສຸກ (ກໍາລັງຈັດຕັ້ງປະຕິບັດຈໍານວນ 3 ໂຄງການ ແລະ ຍັງລໍຖ້າຈັດຕັ້ງປະຕິບັດອີກ 4 ໂຄງການ) ລວມມູນຄ່າ 350,000 ໂດລາສະຫະລັດ ເຊິ່ງເຫັນວ່າ ບັນດາໂຄງການດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນແມ່ນໍ້າຂອງກໍຄື ສປປ ລາວ ຢ່າງກວ້າງຂວາງ.

ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ຂະແໜງການທ່ອງທ່ຽວເປັນບູລິມະສິດ, ສະໜັບສະໜູນໃຫ້ມີການທ່ອງທ່ຽວແບບຄົບ     ວົງຈອນ (Package) ຮ່ວມກັນຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ ແລະ ໃນຕອນທ້າຍກໍໄດ້ມີການມອບ-ຮັບໜ້າທີ່ ປະທານໝູນວຽນຮ່ວມກັບ ອິນເດຍ ຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດ ໜ້າທີ່ໃນປີ 2021-2022 ເຊິ່ງຢູ່ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກອງປະຊຸມລັດຖະມົນຕີຕ່າງປະເທດຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບການຮ່ວມມືດັ່ງກ່າວ ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງແມ່ນໄດ້ຜັດປ່ຽນກັນເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕາມລໍາດັບຕົວອັກສອນພາສາອັງກິດ.

                                                                                               

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484351
ມື້ນີ້55
ມື້ວານ273
ອາທິດນີ້789
ເດືອນນີ້3656