ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ

20210308

202103082

202103083

ໃນວັນທີ 2 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54, ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິທະນຸດ, ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 23 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 ແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 ໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນ ໃນການສືບຕໍ່ຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021 ເປັນຕົ້ນແມ່ນການຮັບມືກັບພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຜ່ານຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ ລວມທັງຄວາມຄືບໜ້າການສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຈັດຊື້ຢາວັກແຊັງໃຫ້ແກ່ປະເທດສະມາຊິກອາຊຽນ ແລະ ພະນັກງານກອງເລຂາອາຊຽນ, ການສ້າງຄັງແຮຢາປົວພະຍາດ ແລະ ອຸປະ ກອນການແພດເພື່ອຮັບມື ແລະ ແກ້ໄຂພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ແລະ ອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາຂໍ້ສະເໜີການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນອາຊຽນທີ່ມີຄວາມສົນໃຈຈຳນວນໜຶ່ງ ພ້ອມທັງປຶກສາຫາລືການຮ່ວມມືອາຊຽນ ກັບແຕ່ລະຄູ່ເຈລະຈາອາຊຽນ ແລະ ພິຈາລະນາການສະເໜີເຂົ້າເປັນຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມເຈລະຈາອາຊຽນ. ພ້ອມກັນນີ້, ກອງປະຊຸມກໍໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງໃນໂອກາດກອງປະຊຸມຄັ້ງນີ້, ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ໃນຮູບແບບທາງໄກ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງເຊັ່ນ: ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 23 ໄດ້ຮັບຊາບ ແລະ ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນໃນໄລຍະ 1 ປີຜ່ານມາ, ໂດຍສະເພາະແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນ ດາກິດຈະກຳພາຍໃຕ້ແຜນແມ່ນບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ພ້ອມທັງຊຸກຍູ້ຂະແໜງການຕ່າງໆພາຍໃຕ້ເສົາຄໍ້າປະຊາຄົມການເມືອງໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດ ຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.

ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດ ຖະບານອາຊຽນ ວ່າດ້ວຍສິດທິມະນຸດ. ກອງປະຊຸມໄດ້ຮັບຊາບບົດລາຍງານປະຈໍາປີໃນການຈັດຕັ້ງປະຕິບັດບັນດາແຜນງານ ບູລິມະສິດ ແລະ ກິດຈະກໍາຂອງຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ພ້ອມທັງໄດ້ຮັບ ຮອງເອົາບັນດາແຜນງານບູລິມະສິດ ແລະ ກິດຈະກໍາ ສໍາລັບປີ 2022.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສໍາລັບປີ 2021 ໂດຍສະເພາະຄວາມຄືບໜ້າໃນການຮັບມື ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ. ກອງ​ປະ​ຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ຄື: ພາລະບົດບາດ ແລະ ແຜນດໍາເນີນງານຂອງຄະນະສະເພາະກິດລະດັບສູງ ເພື່ອຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ເອກະສານ ວ່າດ້ວຍການພັດທະນາແລວການເດີນທາງອາຊຽນ, ເອກະສານທິດນຳ ກ່ຽວກັບການເຂົ້າຮ່ວມຂອງ ຕີມໍແລັດສະເຕ ໃນບັນດາກິດຈະກຳການສ້າງຂີດຄວາມສາມາດຂອງອາຊຽນ, ເອກະສານຮູບແບບສຳລັບປະທານອາຊຽນ ແລະ ຂະແໜງການອາຊຽນ ໃນການຈັດກອງປະຊຸມຢູ່ສຳນັກງານກອງເລຂາອາຊຽນ ແລະ ເອກະສານຂໍ້ສະເໜີແນະ ເພື່ອຮັດແໜ້ນການປະສານງານຂ້າມເສົາຄໍ້າ ແນໃສ່ຍົກສູງຄວາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ແລະ ພາວະສຸກເສີນໃນອາຊຽນ. ທ້າຍສຸດ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສະເໜີຈາກເລຂາທິການໃຫຍ່ອາຊຽນ ໃນການແຕ່ງຕັ້ງ ທ່ານ ເອກະພາບ ພັນທະວົງ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຊຶ່ງຈະເລີ່ມປະຕິບັດໜ້າທີ່ນັບແຕ່ເດືອນ ຕຸລາ 2021 ຫາ ເດືອນ ກັນຍາ 2024.

ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານເພື່ອສົ່ງເສີມສົນທິສັນຍາ ວ່າດ້ວຍການສ້າງເຂດປອດອາວຸດ ນິວເຄລຍຢູ່ພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ສໍາລັບປີ 2018-2022 ແລະ ປຶກສາຫາລື ກ່ຽວກັບທິດທາງໃນຕໍ່ໜ້າຂອງອານຸສັນຍາດັ່ງກ່າວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485756
ມື້ນີ້55
ມື້ວານ206
ອາທິດນີ້792
ເດືອນນີ້5061