ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ກັບ ຄູ່ຮ່ວມເຈລະຈາ

 

 ASEAN3-11

 

ASEAN3-2 ASEAN3-3

 ASEAN3-4 ASEAN3-5

 

ໃນວັນທີ ສິງຫາ 2021, ທ່ານ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພະຄະນະເຂົ້າຮ່ວມກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ, ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ຈີນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ບວກສາມ (ຈີນ,ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 22 ແບບທາງໄກ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ບັນດາລັດຖະມົນຕີຕ່າງປະເທດ ຄູ່ຮ່ວມເຈລະຈາ ອາຊຽນ.

 

1.ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ

ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ສ.ເກົາຫຼີ ໃນໄລຍະ 1ປີຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ໄລຍະ 2021-2025, ເຊິ່ງກວມເອົາ 3ເສົາຄໍ້າ ຂອງການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ), ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງ ສ.ເກົາຫຼີ ໄດ້ເຫັນດີ ຈະສືບຕໍ່ສະໜັບສະໜູນ ອາຊຽນ ໃນການຮັບມື ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19.

ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ຂົງເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ ຍັງໄດ້ແລກປ່ຽນ ຄໍາຄິດ ຄໍາເຫັນຕໍ່ບາງບັນຫາພົ້ນເດັ່ນ ຢູ່ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງ ໄດ້ປືກສາຫາລື ເພື່ອກະກຽມດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ສ.ເກົາຫຼີ ທີ່ຈະມາເຖິງ ໃນເດືອນຕຸລາ 2021 ນີ້.

2.ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ຈີນ

ກອງປະຊຸມ ໄດ້ຕີລາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ຈີນ ໃນໄລຍະຜ່ານມາໂດຍສະເພາະ ການຜັນ ຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 23 ໃນທ້າຍເດືອນພະຈິກ 2020 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ຈີນໄລຍະ 2021-2025, ເຊິ່ງກວມເອົາ ສາມເສົາຄ້ຳ ການສ້າງປະຊາຄົມອາຊຽນຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ, ລວມທັງ ການຮ່ວມມືເພື່ອແກ້ໄຂ ແລະ ຮັບມື ກັບຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນ.

ກອງປະຊຸມ ເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ຄື: ສືບຕໍ່ຮັດແໜ້ນການຮ່ວມມືດ້ານສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານແລະບົດຮຽນທີ່ດີ ໃນການຄົ້ນຄວ້າ-ພັດທະນາ ຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກແຊັງດັ່ງກ່າວ ຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຈັດຕັ້ງປະຕິບັດບັນດາ ກິດຈະກໍາ ສະເຫຼີມສະຫຼອງການພົວພັນຮ່ວມມືຄົບຮອບ 30 ປີ ໃນປີ 2021; ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025(MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025);ການຫັນເປັນເສດຖະກິດດີຈີຕອນ ໂດຍຈະສຸມໃສ່ ສະໜັບສະໜູນ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs)ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າທາງເອເລັກໂຕຼນິກຮ່ວມກັນໄດ້;ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP; ການສຶກສາ ໂດຍສະເພາະ ການສະໜອງທຶນສຶກສາທັງໄລຍະສັ້ນ ແລະ ໄລຍະຍາວ; ແລະການສົ່ງເສີມການຮ່ວມມືອະນຸ ພາກພື້ນໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດ ຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ, ພ້ອມທັງ ປຶກສາຫາລືການກະກຽມດ້ານເນື້ອໃນແລະພິທີການໃຫ້ແກ່ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ໃນເດືອນຕຸລາ 2021 ທີ່ຈະມາເຖິງນີ້.

ໃນກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ. ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກແຊັງຕ້ານໂຄວິດ-19 ທັງຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ.

3.ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ

ກອງປະຊຸມ ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການ ພາຍໃຕ້ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ສະບັບປັບປຸງ (2017-2021) ເຊີ່ງກວມເອົາ ການຮ່ວມມື ໃນຂົງເຂດທີ່ເປັນບູລິມະສິດຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ; ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ; ຄູ່ຮ່ວມມືເພື່ອຄຸນນະພາບຊີວິດ; ແລະ ຄູ່ຮ່ວມມືໃຈເຖິງໃຈ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ຍີ່ປຸ່ນ ກໍ່ຄືການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ແລະ ຢ້ຳຄືນຄຳໝາຍໝັ້ນຈະສືບຕໍ່ຮ່ວມມືກັນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືການຟື້ນຟູ ລະບົບເສດຖະກິດພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວສໍາເລັດ.

ໃນໂອກາດນີ້, ກອງປະຊຸມຍັງ ໄດ້ປືກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ເປັນຕົ້ນ: ການຈັດຕັ້ງປະຕິບັດຖະແຫຼງການຮ່ວມ ອາຊຽນ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືກັບ ວິໃສທັດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ທີ່ໄດ້ຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ໃນທ້າຍປີຜ່ານມາ ແລະ ບັນຫາອື່ນໆ.

4.ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 22

ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບ ຄວາມຄືບໜ້າການຮ່ວມມື ອາຊຽນ ບວກສາມ ໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາ ແຜນການຮ່ວມມືອາຊຽນບວກສາມ ສຳລັບໄລຍະ 2018-2022 ກໍ່ຄືການຈັດຕັ້ງປະຕິບັດ ບັນດາຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກ II (EAVG II) ເຊີ່ງກວມເອົາການຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ ບວກສາມ ວ່າດ້ວຍ ການລະບາດຂອງພະຍາດໂຄວິດ-19 ໃນເດືອນ ເມສາ 2020. ພ້ອມນີ້, ບັນດາລັດຖະມົນຕີຕ່າງປະເທດ ຍັງໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ການຮ່ວມມືກັນໃນການປ້ອງກັນ,ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂ ຜົນກະທົບຂອງ ພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມນີ້, ກອງປະຊຸມ ໄດ້ຢ້ຳຄືນ ຄຳໝາຍໝັ້ນ ທີ່ຈະສືບຕໍ່ຮ່ວມມືກັນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄື ການຟື້ນຟູ ລະບົບເສດຖະກິດ ພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວສໍາເລັດ ລວມທັງ ການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງ ຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວຢ່າງເທົ່າທຽມ; ສືບຕໍ່ຮັດແໜ້ນການຮວມມືເພື່ອຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 4 (ສຳລັບ ໄລຍະປີ 2021-2025); ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້ການພັດທະນາແບບຍືນຍົງລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອພາຍໃຕ້ເຄື່ອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຮ່ວມ ມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືຫຼາຍຝ່າຍ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ໄດ້ພ້ອມກັນປືກສາຫາລື ເພື່ອກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 24 ທີ່ຈະມີຂຶ້ນໃນ ເດືອນຕຸລາ 2021

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485303
ມື້ນີ້4
ມື້ວານ227
ອາທິດນີ້339
ເດືອນນີ້4608