ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

 

LaoViet2021-2LaoViet2021-3

LaoViet2021-4LaoViet2021-5

LaoViet2021-6 LaoViet2021-7

PSVNvisitAshenPlace2 PSVNvisitAshenPlace1

 

ໂດຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ສະຫາຍ ທອງລຸນ ສີສຸລິດ,ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ, ໄດ້​ເດີນທາງ​ມາ​ຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ​ໃນວັນ​ທີ 9-10 ສິງຫາ 2021, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ໃນຕອນເຊົ້າຂອງວັນທີ 09 ສິງຫາ 2021, ທີ່ ທຳນຽບປະທານປະເທດ, ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ, ຊຶ່ງດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ສົມກຽດ. ຫຼັງຈາກນັ້ນ, ປະທານປະເທດທັງສອງ ກໍໄດ້ດໍາເນີນການພົບປະທາງການສອງຝ່າຍ. ໃນການພົບປະຄັ້ງນີ້,ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີ ຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານປະເທດ, ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງ ພັກ, ລັັດແລະ ປະຊາຊົນຫວຽດນາມແລະຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມທັງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ ຂອງສອງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ມາຍັງພັກ-ລັດ ປະຊາຊົນລາວ, ຊຶ່ງເປັນການໃຫ້ກຳລັງໃຈ ແລະ ຂວັນກຳລັງໃຈໃນການສືບຕໍ່ຮັບມືກັບສະພາບຫຍຸ້ງຍາກ ທີ່ ສປປ ລາວ ກໍາລັງປະເຊີນໃນປະຈຸບັນແລະເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດອ້າຍນ້ອງໃຫ້ນັບມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນແລະເກີດດອກອອກຜົນຍິ່ງໆຂຶ້ນ.

ພ້ອມກັນນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍ ເລຂາທິການໃຫຍ່ ຫວຽນ ຝູ ຈ໋ອງ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາບໍ່ວ່າຈະເປັນແບບປົກກະຕິເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຝຶກອົບຮົມເຕັກນິກບຸກຄະລາກອນຫຼືການຊ່ວຍເຫຼືອແບບສຸກເສີນ ໃນຍາມໄພພິບັດ ແລະ ພະຍາດລະບາດຕ່າງໆ, ທັງໝົດນີ້ລ້ວນແຕ່ມີຄວາມສຳຄັນແລະມີຄຸນຄ່າທາງດ້ານວັດຖຸແລະຈິດໃຈຕໍ່ປະຊາຊົນລາວ,ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງສສ.ຫວຽດນາມໃຫ້ແກ່ພັກ-ລັດແລະປະຊາຊົນລາວ ທີ່ຈະມີພິທີມອບຮັບຢ່າງເປັນທາງການໃນລະຫວ່າງການຢ້ຽມຢາມສັນຖະວະໄມຕີຄັ້ງນີ້. ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໂດຍໄດ້ສົ່ງທີມແພດຊ່ຽວຊານ  ແລະອຸປະກອນການແພດ ປະກອບສ່ວນເຂົ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຢ່າງທັນການ ແລະ ມີປະສິດທີຜົນ ຊຶ່ງມາຮອດປະຈຸບັນສາມາດຄວບຄຸມ ແລະຈໍາກັດການແຜ່ລະບາດໄດ້ໂດຍພື້ນຖານ. ພິເສດ ໃນການມາຢ້ຽມຢາມຄັ້ງນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ນໍາເອົາຂອງຂວັນ ມາມອບໃຫ້ແກ່ ສປປ ລາວ ກໍຄື ໂຄງການຊ່ວຍເຫຼືອກໍ່ສ້າງ ໂຮງຮຽນຝຶກອົບຮົມວິຊາຊີບ, ຢູ່ເມືອງໜອງບົກ, ແຂວງຄໍາມ່ວນເປັນມູນຄ່າເຖິງ 5 ລ້ານໂດລາ ສະຫະລັດ.

ໃນໂອກາດນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈ ຕໍ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ບັນດາການນໍາຂັ້ນສູງຂອງພັກ,ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ,ອົບອຸ່ນແລະ ສົມກຽດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ຊຶ່ງທັງໝົດນັ້ນ ເປັນການສະແດງເຖິງມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໃກ້ຊິດແລະແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດັ່ງກ່າວ, ສອງ​ຝ່າຍ ໄດ້ຢັ້ງຢືນ​​ການໃຫ້​ບູລິ​ມະ​ສິດ​ສູງສຸດ​ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານທີ່ບໍລິສຸດຜຸດຜ່ອງ ແລະ ມີໜຶ່ງດຽວ ໃນໂລກຂອງສອງປະເທດ; ສອງຝ່າຍ ຍັງສະແດງໄດ້ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ແລະ ພ້ອມໃຫ້ການຊ່ວຍເຫຼືອຊຶ່ງກັນແລະ ກັນໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງ ຕໍ່ໝາກຜົນຕົວຈິງຂອງການຮ່ວມມືສອງຝ່າຍໃນທຸກຂົງເຂດ ໂດຍສະເພາະແມ່ນກົນໄກການຮ່ວມມືໃນທຸກດ້ານ ທັງສາຍພັກ, ສາຍລັດ ເຊັ່ນ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ, ດ້ານການຕ່າງປະເທດ, ດ້ານເສດຖະ ກິດ-ການຄ້າ, ການລົງທຶນ, ວິທະຍາສາດຕັກນິກ, ການສຶກສາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ.

ສອງຝ່າຍເຫັນດີຈະເຮັດວຽກຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບກວ້າງຂວາງ ແລະ ມີຄວາມໝາຍ, ໂດຍສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບ ດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນ ຕາມທິດກະທັດຮັດ; ສອງຝ່າຍ ເຫັນດີສືບຕໍ່ຮ່ວມກັນກວດກາຄືນ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດກໍຄື ບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນສອງຝ່າຍ ສືບຕໍ່ເອົາໃຈໃສ່ເພີ່ມທະວີດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ ທີ່ນັບມື້ນັບສັບສົນ ຫຼາຍຮູບຫຼາຍສີ ເອົາໃຈໃສ່ຮ່ວມມືກັນໃນການປົກປັກຮັກສາຄວາມສະຫງົບ ທັງຢູ່ໃນຕົວເມືອງ ແລະ ຢູ່ບໍລິເວນຊາຍແດນຂອງສອງປະເທດ ເພື່ອຮັບປະກັນເອກະລາດ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ.

ສອງຝ່າຍ ເຫັນດີສະເໜີໃຫ້ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຂົງເຂດການຮ່ວມມືດ້ານການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການຮ່ວມມືທາງດ້ານພະລັງງານ, ທາງດ້ານກະສິກໍາສະອາດ ທີ່ສອງປະເທດມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານເສດຖະກິດຂອງ ລາວ ແລະ ຫວຽດນາມ ໃນອະນາຄົດ, ໃນນັ້ນ ມີຫຼາຍໂຄງການສໍາຄັນ ເປັນຕົ້ນແມ່ນ ໂຄງ ການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກລະດັບທາງເລກ 8, ໂຄງການເສັ້ນທງລົດໄຟ ວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສະໜາມບິນໜອງຄ້າງ, ໂຄງການຊື້ຂາຍໄຟຟ້າ ແລະ ອື່ນໆ.

ສອງ​ຝ່າຍ ​ເຫັນ​ວ່າ​ສະພາບ​ການ​ໃນທ່າມກາງສະພາບການ​ພາກພື້ນ ​ແລະ ສາກົນ ມີ​ຄວາມ​ສະຫຼັບຊັບຊ້ອນ, ຄາດເດົາໄດ້ຍາກ ບວກກັບໄພທໍາມະຊາດ ແລະ ພະຍາດລະບາດ, ສະ​ນັ້ນ​ ສອງ​ຝ່າຍ ຈຶ່ງ​ເປັນ​ເອກະ​ພາບກັນ​ຈະ​ສືບຕໍ່ປຶກສາ​ຫາລື ​ແລະ ຊ່ວຍ​ເຫຼືອຊຶ່ງກັນ ​ແລະ ກັນ​ເພື່ອ​ປະກອບສ່ວນ​ໃນການຮັກສາ​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ຄວາມ​ວັດ​ທະນະ​ຖາວອນ​ຂອງ​ພາກພື້ນ ​ແລະ ສາກົນ;ສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ໃນປີ 2022ກໍຄື ວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ.

ພາຍຫຼັງສຳເລັດການພົບປະທາງການສອງຝ່າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບ ການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ. ໃນນີ້, ມີ 7 ເອກະສານຂອງພາກລັດ ຄື: ບົດບັນທຶກ ວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະນະທຳຊົນເຜົ່າ ກອງທັບ, ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບ-ກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ;ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ; ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນແລະແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານຮ່ວມມືແລະມອບໃບອະນຸຍາດລົງທຶນໃຫ້ແກ່ພາກເອກະຊົນ 7 ເອກະສານ ອີກດ້ວຍ.

 

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສະຫາຍ ປະທານປະເທດ ຫວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ. ຫວຽດນາມ ທີ່ ທຳນຽບປະທານປະເທດ.

 

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ, ພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ທີ່ ສະພາແຫ່ງຊາດ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ຄໍາໃບ ດຳລັດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ກໍ່ໄດ້ຢ້ຽມຢາມ ແລະ ພົບປະກັບບັນດາອະດີດການນໍາລາວ ຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເຂົ້າຮ່ວມພິທີວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ, ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເຂົ້າຮ່ວມພິທີ ເປີດນໍາໃຊ້ ແລະ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485600
ມື້ນີ້105
ມື້ວານ196
ອາທິດນີ້636
ເດືອນນີ້4905